ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ເຮັດວຽກຢູ່ແຂວງ ບີ່ງດີ້ງ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ເຮັດວຽກຢູ່ແຂວງ ບີ່ງດີ້ງ - ảnh 1
ທ່ານນາຍົກລັດຖະມົນຕີ ຫງຽວນເຕີນຢູງເຮັດວຽກກັບການນຳແຂວງບີ່ງດີ້ງ
ພາບ: cpv.org.vn

ໃນວັນທີ 31/1 ແລະ 1/2, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບີ່ງດີ້ງ. ນະທີ່ນີ້ ທ່ານນາຍົກລັດຖະມົນຕີ ຫງວຽນເຕີຢູ໋ງ ໄດ້ມີການເຮັດວຽກກັບການນຳຫລັກແຫລ່ງ ຂອງ​ແຂວງ ກ່ຽວ​ກັບ​ສະພາບ​ການ​ຜັນ​ຂະຫຍາຍ​ຫນ້າ​ທີ່​ພັດທະນາ​ເສດຖະກິດ ສັງຄົມ ປີ 2012. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ຖື​ວ່າ: ​ແຂວງ ບີ່​ງດີ້​ງ ຄວນ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ​ຫລາຍກວ່າ​ອີກ​ເພື່ອ​ບືນ​ຕົວ​ຂຶ້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ສະ​ເຫ​ນີ​​ແຂວງ ບີ່​ງດີ້​ງ ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ທີ່​ມີ​ຕໍ່​ການ​ຜະລິດ​ກະສິກຳ ​ແລະ ສິນ​ໃນ​ນ້ຳ ພ້ອມ​ທັງ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ຍູ້​ແຮງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ​ນຢູ໋ງ ​ເນັ້ນ​ຫນັກ​ວ່າ:

        “ບັນດາ​​ແຂວງ​ຕອນ​ໃຕ້​ພາກ​ກາງ​ ມີ​ຫລາຍຈຸດ​ຄ້າຍຄື​ກັນ​ ​​ແຕ່ແຕ່​ລະ​ແຂວງ​ພັດ​ມີ​ທ່າ​ໄດ້​ປຽບ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ​ແຕກ​ຕ່າງ​ກັນ. ບີ່​ງດີ້​ງ ມີ​ທ່າ​​ແຮງ​ກ່ຽວ​ກັບ​ທ່າ​ກຳ​ປັ່ນ ​ຊື່ນ​ຢືນ​ອັນ​ດັບ 3 ​ໃນ​ທົ່ວ​ປະ​ເທດ. ສະ​ນັ້ນ ຄວນ​ຄິດ​ໄລ່​ຊັ່ງຊາເພື່ອ​ພັດທະນາ, ດຶງດູດ​ການ​ລົງທຶນ ​ແລະ ຂະຫຍາຍ​ການບໍລິການ. ນັບ​ທັງ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ຕ້ອງ​ຄິດ​ໄລ່​ຊັ່ງຊາ​ເພື່ອ​ພັດທະນາ​ທ່າ​ກຳ​ປັ່ນ ບີ່​ງດີ້​ງ ​ໃຫ້​ກາຍ​ເປັນ​ທ່າ​ກຳ​ປັ່ນ​ຂອງ​ພາກ​ພື້ນ.”

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ສະ​ເຫ​ນີ​ໃຫ້​ແຂວງ ບີ່​ງດີ້​ງ ຕ້ອງ​ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ຂະ​ແຫນງ​ການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ​ຢ່າງ​ລະອຽດ ​ເພື່ອ​ຂຶ້ນ​ແຜນ​ງົບປະມານ​ລົງທ​ຶນ, ​ໃນ​ນັ້ນ ​ໃຫ້ບຸລິມະສິດທາງ​ດ້ານ​ເງິນ​ທຶນ​ສຸມ​ໃສ່​ລົງທຶນ​ພັດທະນາ​ທ່າ​ກຳ​ປັ່ນ ຕິດ​ພັນ​ກັບ​ຮູບ​ການ​ບໍລິການ, ພ້ອມ​ທັງ​ໃຫ້​ບຸລິມະສິດ​ລົງທຶນ​ພັດທະນາ​ສະຫນາມ​ບິນ ຟູ​ກາດ ​ເພື່ອ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ​ຂອງ​ສະຫນາມ​ບິນ​ແຫ່ງ​ນີ້, ສ້າງ​ກຳລັງ​ຫນູນ​ເພື່ອ​ພັດທະນາ​ບັນດາ​ຮູບ​ການ​ບໍລິການ, ການທ່ອງທ່ຽວ ​ແລະ ການ​ລົງທຶນ.  ທ່ານ​ນາຍົກລັດຖະມົນຕີ ຍັງ​​ເນັ້ນ​ຫນັກ​ວ່າ: ​ແຂວງ ບີ່​ງດີ້​ງຕ້ອງ​ມີ​ກົນ​ໄກ, ນະ​ໂຍບາຍ​ສົ່ງ​ເສີມ ພ້ອມ​ກັບ​ລະບຽບ​ການ​ບໍລິຫານ​ຢ່າງ​ສະດວກ​ທີ່​ສຸດ ​ເພື່ອ​ດຶງ​ດູດ​ບັນດາ​ພາກສ່ວນ​ເສດຖະກິດ​ທັງຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເຂົ້າ​ຮ່ວມ​ການ​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ​ສັງຄົມ./.

ຕອບກັບ

ຂ່າວ/ບົດ​ອື່ນ