ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້​າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກໍ່​ສ້າງ​ກົດ​ໝາຍ, ປັບ​ປຸງ​ກົດ​ໝາຍ​ບາງ​ສະ​ບັບ​ໃນ​ຂົງ​ເຂດ​ການ​ເງິນ

(VOVWORLD) - ໄປຄຽງຄູ່ກັບການເພີ່ມທະວີການຄຸ້ມຄອງລັດ ດ້ວຍບັນດານະໂຍບາຍ, ຂັ້ນຕອນ, ມາດຕະຖານ, ເຄື່ອງມືກວດກາ, ຕິດຕາມນັ້ນ, ກົດໝາຍຕ້ອງແນໃສ່ການຍູ້ແຮງການປະຕິຮູບລະບຽບການບໍລິຫານ; ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ; ລະດົມທຸກແຫຼ່ງກຳລັງ, ສ້າງເງື່ອນໄຂສະດວກແກ່ການພັດທະນາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້​າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ກໍ່​ສ້າງ​ກົດ​ໝາຍ, ປັບ​ປຸງ​ກົດ​ໝາຍ​ບາງ​ສະ​ບັບ​ໃນ​ຂົງ​ເຂດ​ການ​ເງິນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ (ພາບ: VOV)

ຕອນບ່າຍວັນທີ 16 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳການສຳຫຼວດກວດກາ, ແກ້ໄຂຂໍ້ຕິດຂັດໃນລະບົບເອກະສານນິຕິກຳ, ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານ ກັບບັນດາກະຊວງ, ຂະແໜງການ ເພື່ອປຶກສາຫາລືກ່ຽວກັບການສ້າງຮ່າງກົດໝາຍ ເພື່ອແນໃສ່ປັບປຸງບາງເນື້ອໃນຂອງບັນດາກົດໝາຍທີ່ຂຶ້ນກັບຂົງເຂດການເງິນ, ງົບປະມານ. ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ, ການສ້າງ, ແລະ ບູລະນະລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ ແມ່ນໜຶ່ງໃນ 3 ບຸກທະໂລຍຸດທະສາດ ເຊິ່ງພັກ, ລັດ ໄດ້ກຳນົດ. ໃນນັ້ນ, ໄປຄຽງຄູ່ກັບການສຳຫຼວດກວດກາ, ສ້າງກົດໝາຍ, ໃນຕົວຈິງ ຖ້າມີຂໍ້ຕິດຂັດທີ່ເກີດຂຶ້ນໃໝ່ ແມ່ນຕ້ອງມີການປັບປຸງ, ເພີ່ມເຕີມໃຫ້ທັນການ. ໂດຍເຫັນດີຕໍ່ກັບການສ້າງກົດໝາຍສະບັບ 1 ເພື່ອປັບປຸງ, ເພີ່ມເຕີມກົດໝາຍ 7 ສະບັບໃນຂົງເຂດການເງິນ ແນໃສ່ແກ້ໄຂບັນດາຂໍ້ຕິດຂັດທາງດ້ານກົດໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ສຳຫຼວດກວດຄືນ, ປັບປຸງບັນດາເນື້ອໃນທີ່ເປັນພື້ນຖານທີ່ສຸດ ຢ່າງຮີບດ່ວນ ເພື່ອຮັບໃຊ້ເປົ້າໝາຍຮັບປະກັນສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄປເງິນເຟີ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດ່ຽວໃຫຍ່ຂອງພື້ນຖານເສດຖະກິດ. ໃນນັ້ນ, ໄປຄຽງຄູ່ກັບການເພີ່ມທະວີການຄຸ້ມຄອງລັດ ດ້ວຍບັນດານະໂຍບາຍ, ຂັ້ນຕອນ, ມາດຕະຖານ, ເຄື່ອງມືກວດກາ, ຕິດຕາມນັ້ນ, ກົດໝາຍຕ້ອງແນໃສ່ການຍູ້ແຮງການປະຕິຮູບລະບຽບການບໍລິຫານ; ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ; ລະດົມທຸກແຫຼ່ງກຳລັງ, ສ້າງເງື່ອນໄຂສະດວກແກ່ການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ