ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກວດກາວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ. ເກົາຫຼີ.

(VOVWORLD) -ຕອນເຊົ້າວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ກວດກາສູນສື່ມວນຊົນ ແລະ ວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ. ເກົາຫຼີ ຄັ້ງທີ່ສອງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກວດກາວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ. ເກົາຫຼີ. - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. 

ໃນການເຮັດວຽກກັບກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໜັກວ່າ ນີ້ເປັນເຫດການທີ່ພົ້ນເດັ່ນເຊິ່ງໄດ້ຮັບຄວາມເອົາໃຈໃສ່ຈາກສາກົນ. ຫວຽດນາມຮູ້ສຶກເປັນກຽດເມື່ອໄດ້ຮັບເລືອກເປັນສະຖານທີ່ຈັດຕັ້ງກອງປະຊຸມສຳຄັນຕໍ່ສັນຕິພາບຂອງພາກພື້ນ ແລະ ໂລກ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາອົງການທີ່ກຽວຂ້ອງຕ້ອງສືບຕໍ່ກວດກາທຸກວຽກງານ, ປະຕິບັດທຸກວິທິການ ແລະ ວາງອອກບັນດາມາດຕະການຢ່າງລະອຽດໃຫ້ສຳເລັດກ່ອນທີ່ບັນດາຄະນະຜູ້ແທນສາກົນມາເຖິງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ