ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ຢ້ຽມຢາມ ອາຊີຕາເວັນອອກສ່ຽງໃຕ້

ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ຢ້ຽມຢາມ ອາຊີຕາເວັນອອກສ່ຽງໃຕ້ - ảnh 1
(ທ່ານ​ນາຍົກລັດຖະມົນຕີຈີນ ຫຼີ​ເຄີຊຽງ)

(vovworld) - ການ​ໄປ​ຢ້ຽມຢາມ 3 ປະ​ເທດ​ຫວຽດນາມ, ບຣຸ​ໄນ ​ແລະ ​ໄທ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີຊຽງ ​ໄດ້​ດຳ​ເນີນ​ໄປ​ໃນ​ລະຫວ່າງ​ວັນ​ທີ 08 – 15 ຕຸລາ. ທີ່​ການ​ປະຊຸມ​ຂ່າວ​ໃນ​ຕອນ​ບ່າຍ​ວັນ​ທີ 07 ຕຸລາ ກ່ອນ​ການ​ຢ້ຽມຢາມ. ທ່ານຮອງ​ລັດຖະມົນຕີ​ການ​ຕີການ​ຕ່າງປະ​ເທດ​ຈີນ ຫຼິວ​ເຈ້ົາໝີ​ນ ​ໃຫ້​ຮູ້​ວ່າ, ນີ້​​​ແມ່ນ​ການ​ຢ້ຽມຢາມຫວຽດນາມ ​ເປັນຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີຊຽງ ​ສະ​ແດງ​ໃຫ້​ເຫັນ​ວ່າ ຈິນ ຖື​ການ​ພັດທະນາການ​ພົວພັນ​ລະຫວ່າງ 2 ປະ​ເທດ​ເປັນ​ສຳຄັນ. ຈີນ​ປາດ​ຖະໜາ​ວ່າ ຜ່ານ​ການ​ຢ້ຽມຢາມ​ຄັ້ງນີ້ ​ຈະ​ປັບປຸງ​ນ້ຳ​ໃຈມິດຕະພາບຖານ​ບ້ານ​ໃກ້​​ເຮືອນ​ຄຽງ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ, ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທດ​ຈິງ, ມີ​ປະສິດທິ​ຜົນ, ​ເພື່ອ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ - ຫວຽດນາມ ພັດທະນາ​ຢ່າງ​ເລີກ​ເຊິ່ງ, ກວ້າງຂວາງ​ກວ່າ​ອີກ. ​ເນື່ອງ​ໃນ​ໂອກາດ​ນີ້, 2 ຝ່າຍ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ຍູ້​ແຮງ​ການພົວພັນ​ຮ່ວມ​ມື, ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ໄລຍະ​ໃໝ່ ​ແລະ ລົງ​ນາມ​ໃນ​ບັນດາ​ເອກະສານ​ຮ່ວມ​ມື​ດ້ານ​ເສດຖະກິດຫຼາຍ​ສະບັບ.

        ນອກຈາກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີຊຽງ ກໍ່ຈະ​ໄປ​ຢ້ຽມຢາມບຣຸ​ໄນ, ​ໄທ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ - ຈີນ, ກອງ​ປະຊຸມ​ສຸດ​ຍອດ​ອາຊີ.

ຂ່າວ/ບົດ​ອື່ນ