ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ຊາບ​ຊຶມເປົ້າໝາຍ​ສ​ະ​ກັ​ດ​ກັ້ນ, ຈຳ​ກັດ​ໂລກ​ລະ​ບາດ Covid – 19 ແຜ່​​ລາມ​ອອກ​ສູ່​ວົງ​ຄະ​ນະ​ຍາດ​

(VOVWORLD) -ຫ້ອງວ່າການລັດຖະບານຫາກໍ່ມີແຈ້ງການສະຫຼຸບຂອງທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກທີ່ກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນ Covid – 19.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ​ຊາບ​ຊຶມເປົ້າໝາຍ​ສ​ະ​ກັ​ດ​ກັ້ນ, ຈຳ​ກັດ​ໂລກ​ລະ​ບາດ Covid – 19  ແຜ່​​ລາມ​ອອກ​ສູ່​ວົງ​ຄະ​ນະ​ຍາດ​ - ảnh 1ທ່ານນາຍົກລັດຖະມົນຕີຊາບຊຶມເປົ້າໝາຍສະກັດກັ້ນ, ຈຳກັດໂລກລະບາດ Covid – 19  ແຜ່ລາມອອກສູ່ວົງຄະນະຍາດ (ພາບ: chinhphu.vn

ແຈ້ງການໄດ້ຊີ້ແຈ້ງວ່າວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໄດ້ກ້າວເຂົ້າສູ່ໄລຍະໃໝ່, ຮຽກຮ້ອງຕ້ອງມີຄວາມຕັດສິນໃຈສູງກ່ວາອີກ, ມີຄວາມສາມັກຄີ, ມີຄວາມຮັບຜິດຊອບສູງກ່ວາຂອງທົ່ວທັງລະບົບການເມືອງຕໍ່ບັນດາມາດຕະການຢ່າງແຮງ ແລະ ຂ້ຽວຂາດກ່ວາອີກ.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການ, ປະຊາຊົນ, ເປັນຕົ້ນແມ່ນບັນດາອົງການຈັດຕັ້ງມະຫາຊົນ, ການເມືອງ- ສັງຄົມເພີ່ມທະວີການຂົນຂວາຍ, ກ່າວເຕືອນແລະປະຕິບັດ ໃນແຕ່ລະອົງການ, ກຸ່ມຊຸມຊົນ, ຄອບຄົວແລະປະຊາຊົນແຕ່ລະຄົນກ່ຽວກັບການປ່ຽນແປງຄວາມຊິນເຄີຍ,  ແບບແຜນການດຳລົງຊີວິດຢ່າງແຮງເພື່ອປັບຕົວໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ