ທ່ານນາຍົກລັດຖະມົນຕີຝລັ່ງເຂົ້າຮ່ວມພິທີເປີດສະຫລອງແລະຢ້ຽມຊົມຮ້ານວາງສະແດງສິນຄ້າຂອງຫວຽດນາມ

 

ທ່ານນາຍົກລັດຖະມົນຕີຝລັ່ງເຂົ້າຮ່ວມພິທີເປີດສະຫລອງແລະຢ້ຽມຊົມຮ້ານວາງສະແດງສິນຄ້າຂອງຫວຽດນາມ - ảnh 1
ນາຍົກລັດຖະມົນຕີ ຝລັ່ງ Jean Marc Ayrautl  ແລະ ທ່ານ ​ເຢືອງຈີ​ຢູງ


(vovworld)- ​ ວັນທີ 6/9, ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະຫວັດສາດ​ງານ​ຕະຫລາດນັດ​ເອີ​ລົບ Strasbourg, ທ່ານ​ນາຍົກລັດຖະມົນຕີ ຝລັ່ງ Jean Marc Ayrautl ​ໄດ້​ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ ​ແລະ ຕັດ​ແຖບ​ຜ້າ​ເປີດ​ສະຫລອງ​ຮ້ານ​ວາງສະ​ແດງ​ສິນຄ້າ​ຂອງ​ຫວຽດນາມ. ນະ​ທີ່​ນີ້ ທ່ານ ​ເຢືອງຈີ​ຢູງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ຝລັ່ງ ​ໄດ້​ສະ​ແດງ​ຄວາມ​ເປັນ​ກຽດ​ຂອງ​ຫວຽດນາມ ຊື່​ງ​ແມ່ນປະ​ເທດ​ເປັນແຂກຖືກ​ເຊີນທີ່​ງານ​ຕະຫລາດນັດ ​ແລະ ​ເນັ້ນ​ຫນັກ​ວ່າ: ນີ້​ແມ່ນ​ສັນຍາ​ລັກ​ຂອງ​ສາຍ​ພົວພັນ​ພິ​ເສດ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ​ກັນ​ລະຫວ່າງ ຫວຽດນາມ ​ແລະ ຝລັ່ງ. ຮ້ານ​ວາງສະ​ແດງ​ສິນຄ້າ​ຂອງ​ຫວຽດນາມ ມີ​ເນື້ອ​ທ່ີ 400 ຕາລາງ​ແມັດ, ລວມມີ​ບັນດາ​ປະ​ເພດ​ສິນຄ້າ​ຄື: ​ເຄື່ອງ​ສິລະ​ປະ​ຫັດຖະກຳ, ອາຫານ​ການ​ກິນ…. ທ່ານ Claude Feurer ຜູ້ອຳນວຍການ​ໃຫຍ່​ງານ​ຕະຫລາດນັດ​ໃຫ້​ຮູ້​ວ່າ:

        “​ແນວ​ຄວາມ​ຄິດ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ຢາກ​ໃຫ້​ບັນດາ​ປະ​ເທດ​ເປັນ​​ແຂກ​ຖືກ​ເຊີນ ​ແນະນຳ​ບັນດາ​ຈຸດ​ເດັ່ນ, ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະ​ເທດ​ເຂົາ​ເຈົ້າ. ຫວຽດນາມ ຍັງ​ມີ​ຫລາຍ​ສິ່ງ​ທີ່​ຊາວ ຝລັ່ງ ​ແລະ ​ເອີ​ລົບ​ບໍ່​ທັນ​ຮູ້ຈັກ​ເຖິງ, ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ບາດກ້າວ​ພັດທະນາ​ບຸກທະລຸ​ຢູ່ ອາຊີ.”

ຕອບກັບ

ຂ່າວ/ບົດ​ອື່ນ