ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ: ຫວຽດນາມ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ

(VOVWORLD) -ຫວຽດນາມ ມີນະໂຍບາຍບຸລິມະສິດແກ່ການລົງທຶນຢ່າງສະດວກທີ່ສຸດ, ໂດຍສະເພາະແມ່ນບຸລິມະສິດໃຫ້ແກ່ບັນດາໂຄງການເຕັກໂນໂລຊີສູງ.
ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ: ຫວຽດນາມ ສ້າງທຸກເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດ - ảnh 1(ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານເອກອັກຄະລັດຖະທູດສ.ອົດສະຕາລີ Thomas Schuller-Gotzburg)

ຕອນບ່າຍວັນທີ 23 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດສ.ອົດສະຕາລີ Thomas Schuller-Gotzburg ແລະ ທ່ານ Ingolf Schroeder, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານບໍລິສັດ AT&S, ທີ່ພວມໄປຊອກຫາສະຖານທີ່ລົງທຶນໂຄງການເຕັກໂນໂລຊີສູງ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ການພົວພັນລະຫວ່າງຫວຽດນາມ ແລະ ອົດສະຕາລີ ຈະນັບມື້ນັບ ເພີ່ມທະວີ ແລະ ພັດທະນາຢ່າງດີງາມ; ຊົມເຊີຍເລື່ອງທ່ານ Ingolf Schroeder ແລະ ບັນດາສະມາຊິກຂອງບໍລິສັດ AT&S ມາຄົ້ນຄວ້າ ແລະ ລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ຫວຽດນາມ ມີນະໂຍບາຍບຸລິມະສິດແກ່ການລົງທຶນຢ່າງສະດວກທີ່ສຸດ, ໂດຍສະເພາະແມ່ນບຸລິມະສິດໃຫ້ແກ່ບັນດາໂຄງການເຕັກໂນໂລຊີສູງ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ບໍລິສັດ AT&S ຈະຍົກອອກຂໍ້ຕົກລົງ ລົງທຶນຢູ່ຫວຽດນາມ ໂດຍໄວ.

        ສ່ວນທ່ານເອກອັກຄະລັດຖະທູດສ.ອົດສະຕາລີ Thomas Schuller-Gotzburg ຕີລາຄາສູງການເຕີບໃຫຍ່ເຂັ້ມແຂງທາງດ້ານເສດຖະກິດ-ສັງຄົມຂອງຫວຽດນາມ ໃນຊຸມປີຜ່ານມາ; ອົດສະຕາລີ ມີຄວາມສົນໃຈເຖິງຫວຽດນາມ ທີ່ສຸດ, ປະຈຸບັນຫວຽດນາມ ແມ່ນສະຖານທີ່ດຶງດູດທຶນ FDI ແຖວໜ້າໃນໂລກ.

        ທ່ານ Ingolf Schroeder, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານບໍລິສັດ AT&S ໃຫ້ຮູ້ວ່າ: ບັນດາສະຖານທີ່ເຊິ່ງຫວຽດນາມ ໄດ້ແນະນຳແມ່ນເໝາະສົມກັບແຜນການລົງທຶນຂອງບໍລິສັດທີ່ສຸດ, ແລະ ບໍລິສັດ AT&S ຈະມີການຕັດສິນລົງທຶນໂດຍໄວ. ນີ້ແມ່ນໂຄງການລົງທຶນມີຂອບຂະໜາດໃຫຍ່ປະມານ 1,5 ຕື້ເອີໂລ, ດຶງດູດແຮງງານປະມານ 6.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ