ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ກໍ່ສ້າງກຳລັງຕຳຫລວດປະຊາຊົນຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນສະພາບການໃຫມ່

(VOVWORLD) -ຕອນເຊົ້າວັນທີ 18 ກໍລະກົດ, ກ່າວຄຳເຫັນນະພິທີສະເຫລີມສະຫລອງ 55 ປີແຫ່ງວັນມູນກຳລັງຕຳຫລວດປະຊາຊົນ (20/7/1962-12/7/2017), ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ກຳລັງຕຳຫລວດປະຊາຊົນ ຄວນເອົາໃຈໃສ່ສົມທົບກັນຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍເມື່ອດຳເນີນບັນດາເຫດການສຳຄັນຂອງປະເທດຊາດ, ຈຸດສຸມແມ່ນປີ APEC 2017 ແລະ ສັບປະດາຂັ້ນສູງຈະດຳເນີນຢູ່ ດາຫນັງໃນເດືອນ ພະຈິກ ປີ 2017.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ:ກໍ່ສ້າງກຳລັງຕຳຫລວດປະຊາຊົນຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນສະພາບການໃຫມ່ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເຂົ້າຮ່ວມພິທີສະເຫລີມສະຫລອງ 55 ປີແຫ່ງວັນມູນກຳລັງຕຳຫລວດປະຊາຊົນ 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາວ່າ ກຳລັງຕຳຫລວດປະຊາຊົນ ຕ້ອງມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອສູ້ຊົນ, ສະແດງຄຸນນະທາດ, ບົດບາດແກ່ນສານເປັນເສນາທິການໃຫ້ພັກ, ລັດຖະບານ, ອົງຄະນະພັກຕຳຫລວດສູນກາງ ແລະ ກະຊວງຕຳຫລວດບັນດາແຜນນະໂຍບາຍ, ລັດຖະນະໂຍບາຍອັນຖືກຕ້ອງໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ