ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຈະໄປຢ້ຽມຢາມລັດເຊຍຢ່າງເປັນທາງການ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຈະໄປຢ້ຽມຢາມລັດເຊຍຢ່າງເປັນທາງການ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ
ພາບ:http://vnexpress.net

(vovworld)- ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ປະ​ທາ​ນາ​ທິບ​ໍ​ດີ ລັດ​ເຊຍ Vladimir Putin ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Dmitri Medvedev, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ໄປ​ຢ້ຽມ​ຢາມ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມຂັ້ນ​ສູງ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງ​ການ​ພົວ​ພັນ​ຄູ່​ເຈ​ລະ​ຈາ​ລັດ​ເຊຍ - ອາ​ຊຽນ ແຕ່​ວັນ​ທີ 16-20/5. ການ​ຢ້ຽມ​ຢາມ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແມ່ນ​ການ​ຢ້ຽມ​ຢາມ​ລັດ​ເຊຍ​ຄັ້​ງ​ທຳ​ອິດຂອງ​ການ​ນຳ​ຂັ້ນ​ສູງ​ຫວຽດ​ນາມ​ໃນ​ອາ​ຍຸ​ການ​ໃຫ​ມ່. ການ​ຢ້ຽມ​ຢາມ​ປະ​ກອບ​ສ່ວນ​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ເຊີດ​ຊູ​ບັນ​ດາ​ຜົນ​ງານ​ປ່ຽນ​ໃຫມ່ ພັດ​ທະ​ນາ​ປະ​ເທດ​ຊາດ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ລັດ​ເຊຍ, ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກ້​ວາງ​ຂວາງ ແລະ ມີ​ປະ​ສິດ​ທິ​ຜົນ.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ສອງ​ຝ່າຍ​ຈະ​ສຳ​ຫລວດກວດ​ຄືນ​ການ​ປະ​ຕິ​ບັດ​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ໃຫຍ່​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ກໍ​ຄື​ແລ​ກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ຊື່ງ​ຕ່າງ​ຝ່າຍ​ຕ່າງມີ​ຄວາມ​ສົນ​ໃຈ.

 

ຕອບກັບ

ຂ່າວ/ບົດ​ອື່ນ