ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາຕ່ຳອົດສະຕາລີ

(VOVWORLD) -ຕອນເຊົ້າວັນທີ 24 ກໍລະກົດ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບປະທານສະພາຕ່ຳອົດສະຕາລີ ທ່ານ Tony Smith ພວມຢ້ຽມຢາມຫວຽດນາມ ຕາມຄຳເຊີນຂອງທ່ນນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ. 
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາຕ່ຳອົດສະຕາລີ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບປະທານສະພາຕ່ຳອົດສະຕາລີ ທ່ານ Tony Smith

ທ່ານປະທານສະພາຕ່ຳ ອົດສະຕາລີ ໃຫ້ຮູ້ວ່າ: ສະພາແຫ່ງຊາດ ອົດສະຕາລີ ຍາມໃດກໍ່ປາດຖະຫນາຢາກເພີ່ມທະວີການພົວພັນຮ່ວມມືກັບສະພາແຫ່ງຊາດ ແລະ ລັດຖະບານ ຫວຽດນາມ ກວ່າອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາວ່າ ໃນໄລຍະຈະມາເຖິງ ສອງປະເທດ ຄວນສືບຕໍ່ຍູ້ແຮງການຮ່ວມມືແທດຈິງ, ເປັນຕົ້ນໃນບັນດາຂົງເຂດເສົາຄ້ຳ  ແລະ ຂົງເຂດທີ່ສອງຝ່າຍມີຄວາມສາມາດບົ່ມຊ້ອນຄື: ເສດຖະກິດ ການຄ້າ, ການລົງທຶນ ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການສຶກສາ ບຳລຸງສ້າງ, ວິທະຍາສາດເຕັກໂນໂລຊີ, ກະສິກຳ ເຕັກໂນໂລຊີສູງ, ການຊ່ວຍເຫລືອພັດທະນາ.  ຫວຽດນາມ ຕັດສິນໃຈໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວຫນ້າຂ້າມປາຊິຟິກ ໃນປີ 2018 ແລະ ຈະຮ່ວມມືຢ່າງແຫນ້ນແຟ້ນກັບ ອົດສະຕາລີ ໃນການຜັນຂະຫຍາຍສັນຍານີ້. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກ ອົດສະຕາລີ ສືບຕໍ່ສະຫນັບສະຫນູນຫວຽດນາມໃນບັນດາຂົງເຂດຄື: ພື້ນຖານໂຄງລ່າງ, ພັດທະນາກະສິກຳ ຊົນນະບົດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານ Tony Smith ຊີ້ແຈ້ງ ອົດສະຕາລີ ເຄົາລົບຄວາມເສລີໃນການເດີນທະເລ ແລະ ທັດສະນະນີ້ຍາມໃດກໍ່ໄດ້ຢັ້ງຢືນບໍ່ວ່າຢູ່ ຫວຽດນາມ ຫລື ອົດສະຕາລີ ຫາກບໍ່ວ່າຢູ່ບ່ອນໃດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ