ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງລັດຖະມົນຕີການຄ້າອາເມລິກາ

(VOVWORLD) -ຕອນບ່າຍວັນທີ 11 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Gilbert Kaplan, ຮອງລັດຖະມົນຕີຜູ້ຮັບຜິດຊອບດ້ານການຄ້າສາກົນ, ລັດຖະມົນຕີການຄ້າອາເມລິກາ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງລັດຖະມົນຕີການຄ້າອາເມລິກາ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບຮອງລັດຖະມົນຕີການຄ້າອາເມລິກາ)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ, ການພົວພັນ 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຂຸດຄົ້ນ, ພິເສດແມ່ນໃນຂົງເຂດການຄ້າ - ການລົງທຶນ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ຫວຽດນາມ ຈະສືບຕໍ່ປະຕິບັດນະໂຍບາຍສະເໝີຕົ້ນສະເໝີປາຍກ່ຽວກັບການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນ, ມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດອາເມລິກາ ເຂົ້າມາລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ຫວຽດນາມ…

        ສ່ວນທ່ານ Gilbert Kaplan ໃຫ້ຮູ້ວ່າ, ການມາຢ້ຽມຢາມຫວຽດນາມ ຄັ້ງນີ້ແມ່ນເພື່ອແນໃສ່ຢືນຢັນຄຳໝັ້ນສັນຍາຂອງຝ່າຍອາເມລິກາ ກ່ຽວກັບເລື່ອງຊຸກຍູ້ການຮ່ວມມືກັບຫວຽດນາມ, ປາດຖະໜາຢາກດຳເນີນການປຶກສາຫາລືກ່ຽວກັບມາດຕະການເພີ່ມທະວີການພົວພັນດ້ານການຄ້າ, ການລົງທຶນ. ທ່ານຫວັງວ່າ, ຈາກການຢ້ຽມຢາມຄັ້ງນີ້ ຈະເປີດສັງກາດໃໝ່ໃຫ້ແກ່ການພົວພັນ 2 ຝ່າຍ, ພິເສດແມ່ນດ້ານການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ