ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງເຮັດວຽກຢູ່ແຂວງເທື່ອທຽນ-ເຫ້ວ

(VOVWORLD) -ຕອນບ່າຍວັນທີ 06 ມັງກອນ, ທ່່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ລົງເຮັດວຽກຢູ່ແຂວງເທື່ອທຽນ - ເຫ້ວ ກ່ຽວກັບສະພາບການເສດຖະກິດ, ສັງຄົມປີ 2018, ແຜນການພັດທະນາເສດຖະກິດ, ສັງຄົມປີ 2019 ແລະ ວຽກງານຈົ່ງກະກຽມບຸນເຕັດປີກຸນ 2019.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງເຮັດວຽກຢູ່ແຂວງເທື່ອທຽນ-ເຫ້ວ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກລົງເຮັດວຽກຢູ່ແຂວງເທື່ອທຽນ-ເຫ້ວ

(ພາບ: VGP)

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ແຂວງ ເທື່ອທຽນ - ເຫ້ວ ມີແຜນການລະອຽດໃນການແບ່ງປັນ ແລະ ເບິ່ງແຍງດູແລໃຫ້ປະຊາຊົນທຸກຄົນໃນໂອກາດບຸນເຕັດ ເພື່ອແນໃສ່ຮັບປະກັນບໍ່ປະໃຫ້ບັນດາຄອບຄົວ, ເປັນຕົ້ຮແມ່ນຄອບຄົວເປົ້າໝາຍນະໂຍບາຍມີຄວາມຂາດເຂີນ, ອຶດຫິວໃນຊຸມມື້ບຸນເຕັດຢ່າງເດັດຂາດ. ນອກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ຕັກເຕື່ອນແຂວງ ເທື່ອທຽນ - ເຫ້ວ ເອົາໃຈໃສ່ພັດທະນາເຂດຕົວເມືອງເຫ້ວ ທີ່ຂຽວ, ອະນຸລັກຮັກສາມໍລະດົກ; ເສີມຂະຫຍາຍການບໍລິການທ່ອງທ່ຽວ; ອຸດສາຫະກຳກົນຈັກ; ສືບຕໍ່ປະຕິບັດຮູບແບບອຳນາດການປົກຄອງເອເລກໂຕນິກ…

ຕອບກັບ

ຂ່າວ/ບົດ​ອື່ນ