ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສະຫລຸບຂອງກະຊວງກໍ່ສ້າງ

(VOVWORLD) -ຕອນບ່າຍວັນທີ 16 ມັງກອນ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສະຫລຸບວຽກງານປີ 2017 ແລະ ຜັນຂະຫຍາຍຫນ້າທີ່ປີ 2018 ຂອງກະຊວງກໍ່ສ້າງ. 

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສະຫລຸບຂອງກະຊວງກໍ່ສ້າງ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມສະຫລຸບຂອງກະຊວງກໍ່ສ້າງ

ພາບ:VGP

ກ່າວຄຳເຫັນນະທີ່ນີ້ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ ກະຊວງກໍ່ສ້າງສົມທົບກັບບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ກວດກາເພື່ອຮັບປະກັນວຽກງານການລົງທຶນກໍ່ສ້າງຕາມການວາງແຜນກຳນົດທີ່ໄດ້ຮັບການອະນຸມັດ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ:

        “ນາຍົກລັດຖະມົນຕີໄດ້ເຊັນອະນຸມັດແຜນຮ່າງສ້າງໂຄງປະກອບຂະແຫນງກໍ່ສ້າງຄືນໃຫມ່ໄລຍະ 2014-2020, ສະຫນີກະຊວງກໍ່ສ້າງສຸມໃສ່ປະຕິບັດບັນດາມາດຕະການວາງອອກຢ່າງຂ້ຽວຂາດ, ຄົບຊຸດ ມີປະສິດທິຜົນ, ສູ້ຊົນໃນປີ 2018 ທົ່ວຂະແຫນງບັນລຸການເຕີບໂຕ 9,2%. ຮອດປີ 2020 ກໍ່ສ້າງບັນດາກິດຈະກຳທີ່ຈຳເປັນໃຫ້ສຳເລັດເປັນສ່ວນໃຫຍ່, ຮັບປະກັນຄຸນນະພາບ, ແກ້ໄຂສະພາບການລົງທຶນກະແຈກກະຈາຍ, ຮົ່ວໄຫລ, ຟູມເຟືອຍ ບໍ່ບັນລຸປະສິດທິຜົນ.”

ຕອບກັບ

ຂ່າວ/ບົດ​ອື່ນ