ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຢ້ຽມຢາມອະດີດປະທານປະເທດເລດຶກແອງ

ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຢ້ຽມຢາມອະດີດປະທານປະເທດເລດຶກແອງ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງ
ຢ້ຽມຢາມອະດີດປະທານປະເທດເລດຶກແອງ
(ພາບປະກອບ: VGP)

(vovworld) - ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ 70 ປີ ​ແຫ່ງ​ວັນວັນຊາດ 2/9. ຕອນ​ບ່າຍ​ວັນ​ທີ 1/9, ທ່າ​ນນາຍົກ​ລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ພ້ອມ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟຸ່ງກວາງ​ແທງ ​ແລະ ລັດຖະມົນຕີ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫງວຽນ​ບັກ​ຊອນ ​ໄປຢ້ຽມຢາມ​ອະດີດ​ປະທານ​ປະ​ເທດ, ພົນ​ເອກ ​ເລ​ດຶກ​ແອ​ງ. ນະ​ທີ່​ນີ້, ທ່າ​ນນາຍົກ​ລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ວ່າ, ​ໂດຍ​ສືບ​ທອດ​ມູນ​​ເຊື້ອ​ຮັກ​ຊາດ ປະຕິວັດ​ຂອງ​ລຸ້ນກ່ອນ, ລັດຖະບານ​ຍາມ​ໃດ​ກໍ່​ສາມັກ​ຄີ​ກັນ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພາລະກິດ​ຂອງ​ພັກ, ຂອງ​ຊາດ. ສືບ​ຕໍ່​ນຳ​ປະ​ເທດ​ເຮົາ​ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນຄົງ… ທ່ານພົນ​ເອກ ​ເລ​ດຶກ​ແອ​ງ ຫວັງ​ວ່າ ລັດຖະບານ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ກຸ່ມ​ກ້ອນ​ມະຫາ​ສາມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ໃນ​ພາລະກິດ​ສ້າງສາ ​ແລະ ປັກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ເບິ່ງ​ແຍງ​ດູ​ແລ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໃນ​ນັ້ນ​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ​ພວມ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ ນັບ​ມື້​ນັບມີ​ຊີວິດ​ເປັນ​ປົກກະຕິ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ