ທ່ານນາຍົກລັດຖະມົນຕີຫວຽດນາມຫງວນຊວັນຟຸກໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ D.Trump

(VOVWORLD) -ຕອນຄ່ຳວັນທີ 22 ທັນວາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ Donald Trump.

ທ່ານນາຍົກລັດຖະມົນຕີຫວຽດນາມຫງວນຊວັນຟຸກໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ D.Trump - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: VGP)

ໃນການໂອ້ລົມ, ການນຳ 2 ທ່ານໄດ້ເຫັນດີຕໍ່ການຕີລາຄາວ່າ ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໄດ້ຮັບການພັດທະນາຢ່າງແຮງໃນທຸກຂົງເຂດ ພາຍຫຼັງທີ່ໄດ້ສ້າງຕັ້ງການພົວພັນທາງການທູດມາເປັນເວລາ 25 ປີ ແລະ ພິເສດແມ່ນໃນຊຸມປີມໍ່ໆມານີ້. ການນຳ 2 ທ່ານເຊື່ອໝັ້ນວ່າ, ການພົວພັນລະຫວ່າງ 2 ປະເທດຈະສືບຕໍ່ເຂົ້າສູ່ລວງເລິກ, ໝັ້ນຄົງ, ນຳມາເຊິ່ງປະສິດທິຜົນໃຫ້ແກ່ປະຊາຊົນ 2 ປະເທດ, ໃນນັ້ນການຮ່ວມມືດ້ານການຄ້າເປັນຈຸດສຸມ ແລະ ເປັນກຳລັງໜູນຂອງການພົວພັນ 2 ຝ່າຍ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ D.Trump ໄດ້ແລກປ່ຽນກ່ຽວກັບເລື່ອງ ອົງການຕາງໜ້າດ້ານການຄ້າອາເມລິກາ ພວມດຳເນີນການສືບສວນນະໂຍບາຍເງິນຕາ ແລະ ວັດຖຸດິບໄມ້ຂອງຫວຽດນາມ ຕາມກົດໝາຍວ່າດ້ວຍການຄ້າປີ 1974 ຂອງອາເມລິກາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ, ຫວຽດນາມ ແມ່ນປະເທດພວມພັດທະນາ, ບໍລິຫານນະໂຍບາຍເງິນຕາແມ່ນເພື່ອແນໃສ່ຄວບຄຸມໄພເງິນເຟີ້ ແລະ ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ບໍລິຫານອັດຕາແລກປ່ຽນເງິນຕາບໍ່ແມ່ນເພື່ອສ້າງທ່າແຮງໃນການແກ່ງແຍ້ງດ້ານການຄ້າກັບສາກົນ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ອວຍພອນໃຫ້ທ່ານປະທານາທິບໍດີ D.Trump ກ່ຽວກັບການພັດທະນາວັກຊິນກັນໂຄວິດ-19 2 ຊະນິດໃຫ້ສຳເລັດໃນໄລຍະສັ້ນທີ່ສຸດ. ທ່ານປະທານາທິບໍດີ D.Trump ຢືນຢັນວ່າ, ທ່ານມີຄວາມເຄົາລົບຮັກຕໍ່ປະເທດຊາດ ແລະ ຊາວຫວຽດນາມ ແລະ ປາດຖະໜາຢາກມາຢ້ຽມຢາມຫວຽດນາມ ໃນໄລຍະທີ່ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ