ໂຮງງານຜະລິດນົມຜົງ
(ພາບ: thutuongnguyentandung.org)
(vovworld)- ຕອນເຊົ້າວັນທີ 22/4, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢູງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຮງງານຜະລິດນົມຜົງເດັກນ້ອຍ ສັງກັດບໍລິສັດຫຸ້ນສ່ວນນົມຫວຽດນາມ (Vinamilk) ຢູ່ເຂດອຸດສາຫະກຳຫວຽດນາມ-ສິງກະໂປ ຢູ່ແຂວງບິ່ງເຢືອງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນເຕີນຢູງ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງພະນັກງານ, ກຳມະກອນ, ພາລະກອນ ບໍລິສັດ Vinamilk ຊື່ງໄດ້ສູ້ຊົນຢ່າງບໍ່ຢຸດຢັ້ງ, ນຳ Vinamilk ກາຍເປັນວິສາຫະກິດດີເດັ່ນໃນຈຳນວນບັນດາວິສາຫະກິດພາຍໃນປະເທດທີ່ໄດ້ທຳການເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າງົບປະງານແຫ່ງລັດນັບມື້ນັບຫຼາຍ:
“ການກໍ່ສ້າງໂຮງງານຜະລິດນົມຜົງຫວຽດນາມ ໂດຍ Vinamilk ເປັນເຈົ້າຂອງລົງທຶນແມ່ນການສະແດງໃຫ້ເຫັນຄວາມຕັດສິນໃຈການວາງແຜນກຳນົດພັດທະນາຂະແໜງອຸດສາຫະກຳປຸງແຕ່ງນົມຂອງຫວຽດນາມ ໃຫ້ປະກົດຜົນເປັນຈິງຢ່າງມີຊີວີດຊີວາ ແລະ ແທດຈິງ. ຜ່ານນັ້ນ, ສົ່ງເສີມການພັດທະນາບັນດາຂະແໜງອຸດສາຫະກຳປຸງແຕ່ງ, ຮັບໃຊ້ປະຊາຊົນ ແລະ ຂຸດຄົ້ນບັນດາແຫຼ່ງວັດຖຸດິບພາຍໃນປະເທດຢ່າງມີປະສິດທິຜົນ“