ທ່ານນາຍົກລັດຖະມົນຕີອະນຸມັດແຜນການປະຕິບັດຍຸດທະສາດຫັນເປັນອຸດສາຫະກຳແລະທັນສະໄຫມ

ທ່ານນາຍົກລັດຖະມົນຕີອະນຸມັດແຜນການປະຕິບັດຍຸດທະສາດຫັນເປັນອຸດສາຫະກຳແລະທັນສະໄຫມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ
photo:baoangiang.com.vn


(vovworld)-ວັນ​ທີ 31/7, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ເຊັນ​ປະກາດ​ໃຊ້ 4 ຂໍ້​ຕົກລົງ​ອະນຸມັດ​ແຜນການ​ດ​ຳ​ເນີນ​ງານ​ປະຕິບັດ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ຂອງ​ຫວຽດນາມ​ໃນ​ຂອບ​ເຂດ​ການ​ຮ່ວມມື ຫວຽດນາມ - ຍີ່​ປຸ່ນ ມູ່ງ​ໄປ​ເຖິງ ປີ 2020, ວິ​ໄສ​ທັດ​ປີ 2030 ກ່ຽວ​ກັບ 4 ​ເນື້ອ​ໃນ: ພັດທະນາ​ຂະ​ແຫນງ​ອຸດສາຫະກຳ​​ເອ​ເລັ​ກ​ໂຕ​ນິກ, ພັດທະນາ​ຂະ​ແຫນງ​ອຸດສາຫະກຳ​ກົນ​ຈັກ​ກະສິກຳ, ພັດທະນາ​ຂະ​ແຫນງ​ອຸດສາຫະກຳ​ປຸງ​ແຕ່ງ​ກະສິກຳ, ສິນ​ໃນ​ນຳ້ ​ແລະ ພັດທະນາ​ຂະ​ແຫນງ​ອຸດສາຫະກຳ​ສິ່ງ​ແວດ​ລ້ອມ ​ແລະ ປະ​ຢັດ​ພະລັງງານ.

 ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ກໍ​ວາງ​ທິດ​ທາງ​ຮອດ​ປີ 2020 ພັດທະນາ​ຂະ​ແຫນງ​ອຸດສາຫະກຳ​ສິ່ງ​ແວດ​ລ້ອມ ​ແລະ ປະ​ຢັດ​ພະລັງງານ ກາຍ​ເປັນ​ຂະ​ແຫນງອຸດສາຫະກຳ​ຕົ້ນຕໍ, ມີ​ການ​ປະກອບສ່ວນ​ສຳຄັນ​​ໃຫ້​ແກ່​ພື້ນຖານ​ເສດຖະກິດ, ມີ​ກຳລັງ​ແຮງ​ຢ່າງ​ພຽງພໍ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​​​ແກ້​ໄຂ​ບັນຫາ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ນຳ​ໃຊ້​ພະລັງງານ​ແບບ​ຍືນ​ຍົງ.

ຂ່າວ/ບົດ​ອື່ນ