ທ່ານນາຍົກລັດຖະມົນຕີເຂົ້າຮ່ວມພິທີເປີດຕົວຄະນະກໍາມະການຄຸ້ມຄອງທຶນແຫ່ງລັດຢູ່ວິສາຫະກິດ

(VOVWORLD) -ຕອນບ່າຍວັນທີ 30 ກັນຍາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີເປີດຕົວ ຄະນະກໍາມະການຄຸ້ມຄອງທຶນແຫ່ງລັດ ຢູ່ວິສາຫະກິດ.
ທ່ານນາຍົກລັດຖະມົນຕີເຂົ້າຮ່ວມພິທີເປີດຕົວຄະນະກໍາມະການຄຸ້ມຄອງທຶນແຫ່ງລັດຢູ່ວິສາຫະກິດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ພິທີ

(ພາບ: kinhdoanh.vnexpress.net)

ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງເລື່ອງຍົກສູງປະສິດທິຜົນຂອງການເຄື່ອນໄຫວຂອງລັດວິສາຫະກິດ,  ຕາມນັ້ນແລ້ວ ຍົກສູງກໍາລັງຄວາມສາມາດໃນການແກ້ງແຍ້ງຂອງພື້ນຖານເສດຖະກິດ ແມ່ນຄວາມຮຽກຮ້ອງຕ້ອງການພື້ນຖານຂອງພັກ, ລັດ ເຊິ່ງໄດ້ວາງອອກແຕ່ດົນນານມາແລ້ວ. ນີ້ແມ່ນພາກສ່ວນສໍາຄັນຂອງເສດຖະກິດແຫ່ງລັດ ໃນພື້ນຖານເສດຖະກິດຕະຫຼາດຕາມກໍານົດທິດສັງຄົມນິຍົມຂອງຫວຽດນາມ. ນີ້ກໍແມ່ນຄວາມເອົາໃຈໃສ່ພິເສດ ຢ່າງຕໍ່ເນື່ອງໃນຫຼາຍປີຜ່ານມາຂອງພັກ, ລັດ ແລະສັງຄົມ ສໍາລັບການຄົງຕົວຂອງພາກສ່ວນສໍາຄັນ ນັ້ນແມ່ນລັດວິສາຫະກິດໃນພື້ນຖານເສດຖະກິດ.

        ທ່ານ ຫງວຽນຊວນຟຸກ ກໍຖືວ່າ ການກໍາເນີດຂອງຄະນະກໍາມະການ ແມ່ນບາດກ້າວສໍາຄັນ ເພື່ອຈໍາແນກຢ່າງຈະແຈ້ງກວ່າ ກ່ຽວກັບໜ້າທີ່ຄຸ້ມຄອງລັດ ແລະ ໜ້າທີ່ດໍາເນີນທຸລະກິດຂອງວິສາຫະກິດ, ເຊິ່ງແມ່ນໜຶ່ງໃນບັນດາບັນຫາທີ່ສົບສົນໃນໄລຍະຜ່່ານມາ.

        ເມື່ອເຕື້ອງເຖິງພັນທະໜ້າທີ່ຂອງຄະນະກໍາມະການຄຸ້ມຄອງທຶນແຫ່ງລັດຢູ່ວິສາຫະກິດ ແມ່ນປະຕິບັດສິດເປັນຜູ້ຕາງໜ້າຖືກໍາມະສິດທຶນແຫ່ງລັດຢູ່ວິສາຫະກິດ, ທ່ານນາຍົກລັດຖະມົນຕີ  ຊີ້ແຈ້ງວ່າ, ຫາງສຽງສັງຄົມພວມຕິດຕາມ ແລະຕັ້ງຄວາມຫວັງຢ່າງຫຼວງຫຼາຍ ຕໍ່ການເຄື່ອນໄຫວຂອງຄະນະກໍາມະການດັ່ງກ່າວ ໃນການປ່ຽນແປງໃໝ່ຈິນຕະນາການ, ການບໍລິຫານ ແລະ ຮູບແບບການຄຸ້ມຄອງ, ຈາກນັ້ນ ແກ້ໄຂບັນດາຈຸດອ່ອນ, ປັບປຸງ ແລະ ບັນລຸປະສິດທິຜົນທີ່ກະໂດດຂັ້ນຂອງລັດວິສາຫະກິດ.

        ທີ່ພິທີ, ໂດຍການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ,ຄະນະກໍາມະການຄຸ້ມຄອງທຶນແຫ່ງລັດຢູ່ວິສາຫະກິດ ພ້ອມດ້ວຍ 5 ກະຊວງ ຄືກະຊວງອຸດສາຫະກໍາ -  ການຄ້າ, ກະຊວງການຄົມມະນາຄົມ - ຂົນສົ່ງ,ກະຊວງ ກະສິກໍາ - ພັດທະນາຊົນນະບົດ,ກະຊວງຖະແຫຼງຂ່າວ - ສື່ສານ ແລະ ກະຊວງການເງິນ ໄດ້ລົງນາມໃນບົດບັນທຶຶກຊ່ວຍຈໍາ ກ່ຽວກັບການໂອນມອບສິດຕາງໜ້າເຈົ້າຂອງຖືກໍາມະສິດທຶນແຫ່ງລັດຢູ່ວິສາຫະກິດ 19 ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ