ທ່ານປະທານ Raul Castro Ruz ຢ້ຽມຢາມສັນຖະວະໄມຕີຫວຽດນາມ

ທ່ານປະທານ Raul Castro Ruz ຢ້ຽມຢາມສັນຖະວະໄມຕີຫວຽດນາມ  - ảnh 1
( ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong
ຕ້ອນຮັບທ່ານພົນ​ເອກ Raul Castro Ruz
)

(vovworld) - ວັນ​ທີ 8/7, ທ່ານ​ພົນ​ເອກ Raul Castro Ruz, ເລຂາ​ທີ 1 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ຍບາ, ປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ ສ.​ກູ​ຍບາ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກູ​ຍບາ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ນີ້​​ແມ່ນ​ເທື່ອ​ທຳ​ອິດ​ທີ່​ທ່ານ Raul Castro Ruz ມາ​ຢ້ຽມຢາມ​ຫວຽດນາມ ​ໃນ​ຖານະ​ເປັນ​ຜູ້ນຳພັກ, ລັດ ​ແລະ ລັດຖະບານ​ ກູ​ຍບາ.

ທີ່​ການ​ເຈລະຈາ​ກັບທ່ານ​ປະທານ Raul Castro Ruz. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ສະ​ແດງຄວາມ​ເຊື້ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຄັ້ງນີ້ ຈະ​ປະ​ກອບ​ສ່ວນ​ນຳ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

“ພວກ​ຂ້າພະ​ເຈົ້າ​ຊົມ​ເຊີຍ, ​ເຄົາລົບ ​ແລະ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ສະຫາຍ ​ແລະ ຖື​ວ່າ ນີ້​ແມ່ນ​ການ​ສືບ​ຕໍ່​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ພັກສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ພວກ​ເຮົາ, ທັງ​ຫັນ​ຂໍ້​ຕົກລົງ​ໃນ​ຖະ​ແຫຼ​ງການ​ຫວ່າງມໍ່ໆ​ມາ​ນີ້​ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ເປັນ​ລະອຽດ”

ທ່ານ​ເລຂາທິການ​ໃຫຍ່​ Nguyen Phu Trong ຢັ້ງຢືນ​ວ່າ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຍາ​ມໃດກໍ​ຈົດ​ຈຳ​ບຸນຄຸນ ​ແລະ ​ເຄົາລົບ​ບັນດາ​ນ້ຳ​ໃຈ​ອັນ​ສູງ​ສົ່ງ, ການ​ສະໜັບສະໜູນ, ການ​ຊ່ວຍ​ເຫຼືອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ເຊິ່ງກູ​ຍບາ ​ໄດ້​ສະຫງວນ​ໃຫ້​ຫວຽດນາມ.

ສ່ວນ​ທ່ານ​ປະທານ​ກູ​ຍບາ Raul Castro Ruz ຖື​ວ່າ.

“ເດືອນ 4 ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ໂອກາດ​ຕ້ອນຮັບ​ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong. ພວກ​ຂ້າພະ​ເຈົ້າ​ໄດ້​ແລກປ່ຽນ​ຫຼາຍ​ບັນຫາ ​ແລະ ພວກ​ເຮົາ​ໄດ້​ມີ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ຊຸ​ກຍູ້​ເສດຖະກິດ​ການ​ຄ້າ. ​ແຕ່ບັນດາ​ການ​ພົວພັນ​ນັ້ນຍັງ​ບໍ່​ທັນ​​ເໝາະ​ສົ​ມກັບ​ການ​ພົວພັນ​ອັນ​ດີ​ງາມ​ລະຫວ່າງສອງ​ປະ​ເທດ​ເທື່ອ. ພວກ​ເຮົາ​ຄວນ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະ ພາບ​ນຳ​ກັນ, ກູ​ຍບາ​ຕ້ອງ​ຮໍ່າຮຽນ​ເອົາ​ບົດຮຽນ​ຫຼາຍ​ຢ່າງຈາກ​ຫວຽດນາມ”.

ແລະ​ກໍ​ຢູ່​ທີ່​ການ​ເຈລະຈາ, ການ​ນຳ​ທັງ​ສອງ​ທ່າ​ນ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົບ​ປະ​ຂັ້ນສູງ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ - ສັງຄົມ ​ແລະ ກໍ່ສ້າງ​ພັກ.
ທ່ານປະທານ Raul Castro Ruz ຢ້ຽມຢາມສັນຖະວະໄມຕີຫວຽດນາມ  - ảnh 2
( ທ່ານປະທານ​ປະ​ເທດ Truong Tan Sang
ຕ້ອນຮັບທ່ານພົນ​ເອກ Raul Castro Ruz )

​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ທີ 8/7, ທ່ານປະທານ​ປະ​ເທດ Truong Tan Sang ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ ກັບ​ທ່ານ​ປະທານ​ Raul Castro Ruz, ທ່ານປະທານ​ປະ​ເທດ Truong Tan Sang ​ຢືນຢັນ​ວ່າ, ພັກ​, ລັດ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ​ສະໜັບສະ​ໜູນ, ຊ່ວຍ​ເຫຼືອ ​ແລະ ຮ່ວມ​ມື​ເພື່ອ​ການ​ພັດທະນາ​ຂອງ​ກູ​ຍບາ. ສ່ວນ​ທ່ານ​ປະທານ Raul Castro Ruz ​ຢັ້ງຢືນ​ວ່າ ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ຫວ່າງ​ສອງ​ປະ​ເທດ​ໃນ​ຕະຫຼອດ 50 ປີ​ທີ່​ຜ່ານ​ມາ. ສອງ​ຝ່າຍ​ບໍ່​ພຽງ​ແຕ່​ຊ່ວຍ​ເຫຼືອ​ກັນ​ໃນ​ການ​ຕໍ່ສູ້ ຍາດ​ເອົາ​ເອກະລາດ, ພັດທະນາ​ເສດຖະກິດ​ສັງຄົມ​ເທົ່າ​ນັ້ນ ຫາກ​ຍັງ​ຮ່ວມ​ມື​ຢ່າງ​​ແໜ້ນ​ແຟ້ນ ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ. ສາຍ​ພົວພັນ​​ແບບ​ພິ​ເສດ​ຫວຽດນາມ - ກູ​ຍບາ ຈະ​ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​ກວ່າ​ອີກ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕໍ່​ຈາກ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກໍ່​ມີ​ການ​ພົບປະ​​ເຈລະຈາ​ກັບ​ທ່ານ​ປະທານ​ Raul Castro Ruz.

 

ຂ່າວ/ບົດ​ອື່ນ