ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນວັນແພດໝໍຫວຽດນາມ

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນວັນແພດໝໍຫວຽດນາມ - ảnh 1
ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດ
ຊາດຫວຽດນາມອວຍພອນວັນແພດໝໍຫວຽດນາມ
(ພາບ: TTXVN)

(vovword)- ​​​​​ຕອນ​ເຊົ້າ​ວັນ​ທີ 27/02 ເມື​ື່ອ​​ໄປ​ຢ້ຽມ​ຢາມ, ອວຍ​ພອນ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ເນື່ອງ​ໃນ​ໂອ​ກາດ​ວັນ​ແພດ​ໝໍ​ຫວຽດ​ນາມ ( 27/02 ) ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍິນ ຢັ້ງ​ຢືນ​ວ່າ ການ​ປ່ຽນ​ໃໝ່​ການ​ຄຸ້ມ​ຄອງ, ການ​ປະ​ຕິ​ຮູບ​ບໍ​ລິ​ຫານ ແມ່ນ​ໄມ້ຫຼາ​ວັດ​ແທກ​ທີ່​ເປັນ​ໜ້າ​ເຄົາ​ລົບ​ຂອງ​ຂະ​ແໜງ​ການ​ແພດ. ທ່ານ ຫງວຽນ​ທ້ຽນ​ເຍິນ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປ່ຽນ​ໃໝ່​ຢ່າງ​ຕັ້ງ​ໜ້າ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ໃນ​ໄລ​ຍະ​ຜ່ານ​ມາ, ເພື່ອ​ແນ​ໃສ່​ເບິ່ງ​ແຍງ​ດູ​ແລ, ຮັບ​ໃຊ້​ປະ​ຊາ​ຊົນ​ໃຫ​້​ດີກວ່າ. ຕາມ​ທ່ານ​ຫງວຽນ​ທ້ຽນ​ເຍິນ​ແລ້ວ ປະ​ຊາ​ຊົນ​ຍາມ​ໃດ​ກໍ່​ເຄົາ​ລົບ ແລະ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ຖັນ​ແຖວ​ພະ​ນັກ​ງານ​ຂະ​ແໜງ​ການ​ແພດ. ຕາງ​ໜ້າ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ທ່ານ​​ນາງລັດ​ຖະ​ມົນ​ຕີ ຫງວຽນ​ທິ​ກິມ​ຕ໋ຽນ ຢືນ​ຢັນ​ວ່າ ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ, ເສີມ​ຂະ​ຫຍາຍ​ບັນ​ດາ​ທ່າ​ແຮງ ແລະ ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່ ທີ່​ໄດ້​ຮັບ​​ການມອບ​ໝາຍ​ເປັນ​ຢ່າງ​ດີ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ