ທ່ານປະທານປະເທດ ຈີນ ຮຽກຮ້ອງບັນດາການເຈລະຈາດ້ານການຄ້າກັບ ອາເມລິກາ ຕ້ອງສໍາເລັດ ໂດຍໄວ

(VOVWORLD) - ສໍານັກຂ່່າວສານຊິນຮວາ ໄດ້ໃຫ້ຂ່າວວ່າ ທ່ານປະທານປະເທດ ຈີນ ສີຈີ້ນຜີງ ໄດ້ສົ່ງສານໄປໃຫ້ ທ່ານປະທານາທິບໍດີ ອາເມລິກາ Donald Trump

        ວັນທີ 05 ເມສາ, ສໍານັກຂ່່າວສານຊິນຮວາ ໄດ້ໃຫ້ຂ່າວວ່າ ທ່ານປະທານປະເທດ ຈີນ ສີຈີ້ນຜີງ ໄດ້ສົ່ງສານໄປໃຫ້ ທ່ານປະທານາທິບໍດີ ອາເມລິກາ Donald Trump, ໃນນັ້ນ, ໄດ້ເນັ້ນໜັກເຖິງການເຈລະຈາກ່ຽວກັບເນື້ອໃນຂໍ້ຕົກລົງດ້ານການຄ້າລະຫວ່າງສອງຝ່າຍໃນກວ່າ 01 ເດືອນຜ່ານມາ ບັນລຸໄດ້ຄວາມຄືບໜ້າທີີ່ແທດຈິງ ແລະ ສະເໜີໃຫ້ສອງຝ່າຍຮັກສາເນື້ອໃນຈິດໃຈ ເຄົາລົບເຊິ່ງກັນແລະກັນ, ສະເໝີພາບ ແລະ ຕ່່າງຝ່າຍຕ່າງມີຜົນປະໂຫຍດ. ຕາມນັ້ນແລ້ວ ທ່ານຮຽກຮ້ອງໃຫ້ປະຕິບັດການເຈລະຈາກ່ຽວກັບຂໍ້ຕົກລົງດັ່ງກ່າວໃຫ້ສໍາເລັດໂດຍໄວ. ຕາມແຫຼ່ງຂ່າວດັ່ງກ່າວແລ້ວ, ສານຂອງທ່ານປະທານປະເທດຈີນ ສີຈີ້ນຜີງ ໂດຍທ່ານຮອງນາຍົກລັດຖະມົນຕີ ຈີນ ຫຼຽວເຄືອ ໄດ້ສົ່ງເຖິງທ່ານປະທານາທິບໍດີ Donald Trump ໃນການພົບປະກັນຢູ່ ວໍຊີງຕັນ ເມື່ອວັນທີ 04 ເມສາ. ທ່ານປະທານປະເທດຈີນ ກໍຢັ້ງຢືນວ່າ ທ່ານພ້ອມແລ້ວທີ່ຈະຮັກສາການຕິດຕໍ່ພົວພັນຢ່າງແໜ້ນແຟ້ນກັບ ທ່ານ Donald Trump ເພື່ອຊຸກຍູ້ວິວັດການດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ