ທ່ານປະທານປະເທດ ຕ້ອນຮັບທ່ານປະທານ ຄະນະກຳມະການສາມັກຄີ ອິນເດຍ-ຫວຽດນາມ, ລັດ Bengal ຕາເວັນຕົກ
ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງຕ້ອນຮັບ
ປະທານຄະນະກຳມະການຄວາມສາມັກຄີ ອິນເດຍ-ຫວຽດນາມ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 11/12, ທີ່ການຕ້ອນຮັບທ່ານ Geetesh Sharma, ປະທານຄະນະກຳມະການຄວາມສາມັກຄີ ອິນເດຍ-ຫວຽດນາມ, ລັດ Bengal ຕາເວັນຕົກ, ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ໄດ້ສະແດງຄວາມພາກພູມໃຈ ຕໍ່ສາຍພົວພັນມິດຕະພາບລະຫວ່າງ 2 ປະເທດ ໂດຍທ່ານປະທານໂຮ່ຈິມິນ ແລະ ທ່ານນາຍົກລັດຖະມົນຕີ Ne-ru ເພີ່ມພູນຄູນສ້າງ ເຊິ່ງການນຳ ແລະ ປະຊາຊົນ 2 ປະເທດໄດ້ຮັກສາ ແລະ ເສີມຂະຫຍາຍມາຮອດປະຈຸບັນ. ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ເນັ້ນໜັກວ່າ: ບັນດາຄວາມມານະພະຍາຍາມຂອງການນຳ 2 ປະເທດໃນການຍູ້ແຮງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ-ອິນເດຍ ໃນທຸກຂົງເຂດນັບແຕ່ດ້ານການເມືອງ, ການທູດ, ວັດທະນະທຳ, ການສຶກສາ, ການຕ່າງປະເທດປະຊາຊົນ, 2 ປະເທດຍາມໃດກໍ່ສະຫງວນການສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ. ທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ ເຊື່ອໝັ້ນວ່າ: ດ້ວຍຄວາມມານະພະຍາຍາມຂອງ 2 ປະເທດບັນດາຂົງເຂດຮ່ວມມືຈະນັບມື້ນັບເປີດກ້ວາງ ແລະ ລົງເລິກ, ໃນນັ້ນມີການເປີດສາຍການບິນໂດຍກົງເຊື່ອມຈອດບັນດານະຄອນໃຫຍ່ຂອງອິນເດຍ ແລະ ບັນດານະຄອນໃຫຍ່ຂອງຫວຽດນາມ.