ທ່ານປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເດີ​ນ​ທາງ​ໄປ​ຮອດ​ນະ​ຄອນຫຼວງ ວຽງ​ຈັນ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ​ປ​ປ.ລາວ

(VOVWORLD) - ເວລາ 7 ໂມງ ເຊົ້າວັນທີ 11 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ ວັດໄຕ, ນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ ສປປ.ລາວ, ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ.
ທ່ານປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເດີ​ນ​ທາງ​ໄປ​ຮອດ​ນະ​ຄອນຫຼວງ ວຽງ​ຈັນ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສ​ປ​ປ.ລາວ - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ ເດີນທາງໄປຮອດສະໜາມບິນສາກົນ ວັດໄຕ, ນະຄອນຫຼວງ ວຽງຈັນ

ທີ່ການຕ້ອນຮັບທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນ ວັດໄຕ ມີທ່ານນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ ລາວ; ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນ ວຽງຈັນ; ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາວ; ທ່ານເອກອັກຄະລັດຖະທູດ ລາວ ປະຈໍາ ຫວຽດນາມ ນາງ ຄຳເພົາ ເອີນທະວັນ; ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໊າຮຸ່ງ; ພ້ອມດ້ວຍພະນັກງານສະຖານທູດ ຫວຽດນາມ ປະຈຳ ລາວ, ຜູ້ຕາງໜ້າຊາວຫວຽດນາມ ອາໄສ ຢູ່ລາວ, ນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ລາວ.

        ການຢ້ຽມຢາມທາງລັດຖະກິດ ຢູ່ລາວ ຂອງທ່ານປະທານປະເທດ ໂຕເລິມ ໃນວັນທີ 11 – 12 ກໍລະກົດ ມີຄວາມໝາຍສຳຄັນທີ່ສຸດ. ນີ້ບໍ່ພຽງແຕ່ແມ່ນເຫດການທາງການທູດທີ່ໃຫຍ່ຫຼວງ ຫາກຍັງແມ່ນປະກົດການທີ່ມີຊີວິດຊີວິດຂອງການພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ - ຫວຽດນາມ.

        ຄາດວ່າ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຈະເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ, ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ;  ພົບປະໂອ້ລົມຂ່ຳນັບນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດ ລາວ; ຕ້ອນຮັບປະທານສູນກາງແນວລາວສ້າງຊາດ; ຕ້ອນຮັບປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ; ຢ້ຽມຢາມ ສະຖານທູດ ຫວຽດນາມ ປະຈຳ ລາວ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ