ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຈລະຈາກັບທ່ານປະທານາທິບໍດີ ອາເມລິກາ Donald Trump

(VOVWORLD) - ຕອນເຊົ້າວັນທີ 12 ພະຈິກ, ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີ ອາເມລິກາ Donald Trump.
 ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຈລະຈາກັບທ່ານປະທານາທິບໍດີ ອາເມລິກາ Donald Trump - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຈລະຈາກັບທ່ານ ທ່ານປະທານາທິບໍດີ  Donald Trump  (ພາບ: TTXVN)

ທີ່ການເຈລະຈາ, ການນຳທັງ 2 ທ່ານໄດ້ແລກປ່ຽນບັນດາມາດຕະການ ເພື່ອແນໃສ່ນຳການພົວພັນລະຫວ່າງ 2 ປະເທດພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນກ່ວາເກົ່າ ໃນນັ້ນ ມີການພົວພັນທາງດ້ານເສດຖະກິດ - ການຄ້າ - ການລົງທຶນ ສືບຕໍ່ແມ່ນຈຸດສຸມ, ກຳລັງໜູນ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຮອບດ້ານ, ປະກອບສ່ວນເຂົ້າໃນການເຕີບໂຕ ແລະ ສ້າງວຽກເຮັດງານທຳຢູ່ທັງ 2 ປະເທດ. ການນຳທັງ 2 ທ່ານຖືວ່າ: ປະຈຸບັນ ສັນຍາແມ່ກ່ຽວກັບການຄ້າ ແລະ ການລົງທຶນ ແມ່ນແທດເໝາະເພື່ອໃຫ້ 2 ຝ່າຍແລກປ່ຽນບັນດາບັນຫາເສດຖະກິດ, ການຄ້າ 2 ຝ່າຍ.

        ການນຳທັງ 2 ທ່ານເຫັນດີ ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ພົບປະກັນ, ພິເສດແມ່ນຂັ້ນສູງ, ເພີ່ມທະວີປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ພ້ອມທັງ ພິຈາລະນາ ສ້າງບັນດາກົນໄກຮ່ວມມືໃໝ່ ທີ່ແທດເໝາະ; ເຫັນດີຍູ້ແຮງການຮ່ວມມືໃນບັນດາຂົງເຂດ 2 ຝ່າຍເຊັນ: ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ການພົວພັນແລກປ່ຽນປະຊາຊົນ, ວິທະສາຍາດເຕັກໂນໂລຢີ, ການສຶກສາບຳລຸງສ້າງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ…

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Donald Trump ພ້ອມກັນຢືນຢັນວ່າ: ຫວຽດນາມ ແລະ ອາເມລິກາ ແບ່ງປັນບັນດາຜົນປະໂຫຍດລວມໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ, ເຄົາລົບກົດໝາຍສາກົນ, ເຫັນດີເປັນເອກະສັນ, ສືບຕໍ່ເພີ່ມທະວີການສົມທົບໃນບັນດາເວທີປາໄສພາກພື້ນ ແລະ ສາກົນ. ການນຳທັງ 2 ທ່ານເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມໝັ້ນຄົງ, ປອດໄພ, ສິດເສລີໃນການເດີນທະເລ, ການບິນ ແລະ ການຄ້າ ບໍ່ຖືກຂັດຂວາງຢູ່ທະເລຕາເວັນອອກ, ເຫັນດີນຳກັນແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ ສອດຄ່ອງກັບກົດໝາຍສາກົນ, ປະຕິບັດຖະແຫຼງການ DOC ຢ່າງມີປະສິດທິຜົນ ແລະ ລົງນາມໃນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ COC ໂດຍໄວ.

        ພາຍຫລັງການເຈລະຈາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Donald Trump ໄດ້ເຂົ້າຮ່ວມການປະຊຸມຂ່າວຮ່ວມ, ອອກຖະແຫຼງການຮ່ວມກ່ຽວກັບການພົວພັນ ຫວຽດນາມ - ອາເມລິກາ ແລະ ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືທາງດ້ານເສດຖະກິດຫລາຍສະບັບລວມມູນຄ່າກ່ວາ 12 ຕື້ USD.

 

ຕອບກັບ

ຂ່າວ/ບົດ​ອື່ນ