ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຮັດວຽກກັບການນຳສະພາທີ່ປຶກສາດຳເນີນທຸລະກິດ APEC 2017

(VOVWORLD) - ໂດຍສືບຕໍ່ບັນດາການເຄື່ອນໄຫວຂອງປີ APEC 2017, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ມີການເຮັດວຽກກັບການນຳສະພາທີ່ປຶກດຳເນີນທຸລະກິດ APEC 2017. 
ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຮັດວຽກກັບການນຳສະພາທີ່ປຶກສາດຳເນີນທຸລະກິດ APEC 2017 - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ການເຮັດວຽກ

ສະພາທີ່ປຶກສາດຳເນີນທຸລະກິດ APEC 2017, ຫ້ອງການໆຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ລາຍງານສະພາບການ, ໝາກຜົນການເຄື່ອນໄຫວຂອງສະພາທີ່ປຶກສາດຳເນີນທຸລະກິດ APEC 2017 ກໍ່ຄືບັນດາຂໍ້ສະເໜີແນະຂອງປະຊາຄົມວິສາຫະກິດ APEC ຍື່ນສະເໜີບັນດາການນຳບັນດາພື້ນຖານເສດຖະກິດ APEC. ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເຫັນດີເຫັນພ້ອມກັບບັນດາຂໍ້ສະເໜີແນະຂອງປະຊາຄົມວິສາຫະກິດ APEC, ເປັນຕົ້ນແມ່ນບັນດາຂໍ້ສະເໜີແນະກ່ຽວກັບການສືບຕໍ່ຊຸກຍູ້ການຫັນເປັນເສລີ, ສ້າງເງຶ່ອນໄຂສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການບໍລິການ, ເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການພັດທະນາວິສາຫະກິດຂະໜາດນ້ອຍສຸດ, ນ້ອຍ ແລະ ກາງ, ວິສາຫະກິດໂດຍແມ່ຍິງເປັນເຈົ້າຂອງ; ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຊຸກຍູ້ພື້ນຖານເສດຖະກິດດີຈີຕອນ. ທ່ານປະທານປະເທດ ເນັ້ນຫນັກວ່າການຈັດຕັງປີ APEC 2017 ແມ່ນຈຸດສຸມທາງດ້ານການພົວພັນຕ່າງປະເທດຂອງ ຫວຽດນາມ, ສະພາທີ່ປຶກສາດຳເນີນທຸລະກິດ APEC 2017, ຫ້ອງການໆຄ້າ ແລະ ອຸດສາຫະກຳ ຫວຽດນາມ ຄວນສົມທົບກັບຄະນະເລຂາແຫ່ງຊາດ APEC 2017 ແລະ ບັນດາອົງການຜູ້ຕາງໜ້າປະຊາຄົມວິສາຫະກິດບັນດາພື້ນຖານເສດຖະກິດ APEC ຢ່າງແໜ້ນແຟ້ນ, ສືບຕໍ່ກະກຽມເນື້ອໃນ, ໂຄງການດຳເນີນງານບັນດາເຫດການທີ່ກ່ຽວຂ້ອງເຖິງວິສາຫະກິດໃນສັບປະດາສຸດຍອດ APEC 2017 ຢ່າງຮອບຄອບຖີ່ຖ້ວນ. ດ້ວຍຖານະຕຳແໜ່ງເປັນປະທານປີ APEC 2017, ທ່ານປະທານປະເທດເຈີ່ນດ້າຍກວາງ ໄດ້ຮັບເອົາບົດລາຍງານ ແລະ ຂໍ້ສະເໜີແນະ 20 ຂໍ້ຂອງສະພາທີ່ປຶກສາດຳເນີນທຸລະກິດ APEC 2017 ຍື່ນສະເໜີຕໍ່ບັນດາການນຳບັນດາພື້ນຖານເສດຖະກິດ APEC.

ຕອບກັບ

ຂ່າວ/ບົດ​ອື່ນ