ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ການາດາ

ທ່ານປະທານປະເທດ ເຈືອງເຕີນຊາງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ  ການາດາ - ảnh 1
ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ຕ້ອນຮັບ​ທ່ານ John Russell Baird ລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ
ພາບ: internet

(vovworld)-  ຕອນ​ບ່າຍ​ວັນ​ທີ 12/3, ຢູ່​ທຳນຽບປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ John Russell Baird ລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ ພວມ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີ​ນຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ນ​ມີນ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ຢືນຢັນ​ວ່າ: ຫວຽດນາມ ຖື​ການ​ພັດທະນາ​ການ​ພົວພັນ​ກັບ ກາ​ນາ​ດາ ​ເປັນ​ສຳຄັນ ​ແລະ ຢາກ​ສອງ​ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ບົນ​ພື້ນຖານ​ຂອງ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ, ​ເປັນ​ປົກກະຕິ ​ແລະ ຍາວ​ນານ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ສະ​ເຫ​ນີລັດຖະບານ ກາ​ນາ​ດາ​ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວົງ​ຄະນາ​ຍາດ​ຊາວ ຫວຽດນາມ ອາ​ໄສ​ຢູ່ ກາ​ນາ​ດາ ​ເຈືອ​ຈານ​, ພັດທະນາ ​ແລະ ປະກອບສ່ວນ​ແກ່​ການ​ພັດທະນາ​ຂອງ​ ກາ​ນາ​ດາ ກໍ່​ຄື​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ສ່ວນ​ທ່ານ​ລັດຖະມົນຕີ ກາ​ນາ​ດາ John Russell Baird ປາດ​ຖະຫນາ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ ນັບ​ທັງ​ສອງ​ຝ່າຍ ​ແລະ ຫລາຍ​ຝ່າຍ.

ຂ່າວ/ບົດ​ອື່ນ