ທ່ານປະທານປະເທດ ເຈືອງເຕີ້ນຊາງ ໃຫ້ການຕ້ອນຮັບຮອງປະທານສະພາແຫ່ງຊາດລາວ

ທ່ານປະທານປະເທດ ເຈືອງເຕີ້ນຊາງ ໃຫ້ການຕ້ອນຮັບຮອງປະທານສະພາແຫ່ງຊາດລາວ  - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​​ຕ້ອນຮັບ​
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ສົມພັນ​ແພງ​ຄຳ​ມີ​

Vovworld- ວັນ​ທີ 13/3, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ສົມພັນ​ແພງ​ຄຳ​ມີ​ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ລາວ ຊຶ່ງ​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ສົມພັນ​ແພງ​ຄຳ​ມີ ເນັ້ນໜັກວ່າ ຈະສືບຕໍ່ພ້ອມກັບສະພາແຫ່ງຊາດຫວຽດນາມ ສ້າງສາຍພົວພັນ ຮ່ວມມືຢ່າງໝັ້ນຄົງ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ, ປະກອບສ່ວນຍົກລະດັບການ ພົວພັນ ຮ່ວມມືມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງ 2 ປະເທດ ແລະ ສະແດງຄວາມຫວັງວ່າ ທ່ານປະທານປະເທດ ຫວຽດນາມພ້ອມກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ສືບຕໍ່ສ້າງເງື່ອນໄຂ ອຳນວຍຄວາມ​ສະດວກ​ເພື່ອ​ໃຫ້​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລາວ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ສົມພັນ​ແພງ​ຄຳ​ມີ ຍັງ​ຢືນຢັນ​ວ່າ ລາວ​ສະໜັບ ສະໜູນ​ຫຼັກ​ໝັ້ນ​ຂອງຫວຽດນາມ​ໃນ​ການ​ເປັນ​ເຈົ້າພາບ​ຈັດ​ເວ​ທີປາ​ໄສລັດຖະສະພາ​ລະຫວ່າງ​ຊາດ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາສະພາແຫ່ງຊາດປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ. ສ່ວນ ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ໄດ້ຢືນຢັນ​ວ່າ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປັບປຸງສາຍພົວພັນ ຮ່ວມມືມິດຕະພາບທີ່ເປັນມູນເຊື້ອແບບພິເສດ ລະຫວ່າງ 2 ປະເທດ.

     ​ແລະ ກໍ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Alexander Feldman ປະທານ​ສະພາ​ທຸລະ​ກິດ​ອາ​ເມ​ລິ​ກາ-ອາ​ຊຽນ ຊຶ່ງ​ພວມ​ນຳ​ໜ້າ​ຄະນະ​ຜູ້​ແທນ​ບັນດາ​ວິ​ສາ​ຫະກິດ​ຊັ້ນ​ນຳ​ຂອງ​ອາ​ເມ​ລິ​ກາ ຊຶ່ງ​ພວມ​ເຄື່ອນ​ໄຫວ​ຢ້ຽມຢາມ​ຫວຽດນາມ. 
ຂ່າວ/ບົດ​ອື່ນ