ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ

(VOVWORLD) -     ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາວ, ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ຫ້ອງວ່າການສຳນັກງານນາຍົກ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.
 ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ ພົບປະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ
(ພາບ: TTXVN)

ນະທີ່ນີ້, ການນຳສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນ ແລະ ຕີລາຄາສູງບັນດາຜົນງານພົ້ນເດັ້ນ, ສຳຄັນໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນທຸກຂົງເຂດ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບດ້ານການເມືອງ, ສັງຄົມຂອງແຕ່ລະປະເທດ; ເຫັນດີສືບຕໍ່ປະຕິບັດບັນດາອະນຸສັນຍາ, ແຜນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທີ່ໄດ້ລົງນາມຢ່າງມີປະສິດທິຜົນ; ສົມທົບກັນຊອກຫາມາດຕະການທີ່ມີລັກສະນະກະໂດດຂັ້ນເພື່ອສ້າງແຫຼ່ງກຳລັງແກ່ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ ແນໃສ່ສູ້ຊົນບັນລຸເປົ້າໝາຍເຕີບໂຕດ້ານການຄ້າ ແຕ່ 10 – 15% ໃນປີນີ້.

        ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດອັນແທດຈິງກວ່າເກົ່າໃຫ້ແກ່ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ