ທ່ານ​​ປະ​ທານປະ​ເທດ ໂຕ​ເລິມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ຈະສຸມໃສ່ຊີ້ນຳການຈັດຕັ້ງປະຕິບັດວຽກງານສະຫຼຸບ 40 ປີແຫ່ງວັນປ່ຽນແປງໃໝ່ປະເທດຊາດ ແລະ ວຽກງານຕ່າງໆເພື່ອຈັດຕັ້ງສຳເລັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ສືບທອດບັນດາຜົນສຳເລັດທິດສະດີສຳຄັນກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມ ຫວຽດນາມ
ທ່ານ​​ປະ​ທານປະ​ເທດ ໂຕ​ເລິມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 3 ສິງຫາ, ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດ ຊຸດທີ XIII ໄດ້ຈັດກອງປະຊຸມເພື່ອແນະນຳບຸກຄະລາກອນ ແລະ ເລືອກຕັ້ງ ຜູ້ດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຊຸດທີ XIII. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກຳມະການກົມການເມືອງ ໄດ້ຕາງໜ້າກົມການເມືອງບໍລິຫານກອງປະຊຸມ.

ເປີດກອງປະຊຸມສູນກາງ ແມ່ນສະຫງວນເວລາ 1 ນາທີກົ້ມຫົວໄວ້ອາໄລທ່ານເລຂາທິການໃຫຍ່ ການນຳດີເລີດພິເສດ, ແບບຢ່າງດີເດັ່ນກ່ຽວກັບການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ.

ຢູ່ກອງປະຊຸມ, ອີງຕາມບັນດາຂໍ້ກຳນົດຂອງພັກ, ບົນພື້ນຖານກຳນົດທິດການແນະນຳບຸກຄະລາກອນຂອງກົມການເມືອງ, ສູນກາງໄດ້ເຫັນດີເປັນເອກະພາບຢູ່ລະດັບສູງທີ່ສຸດ ດ້ວຍບັດສະໜັບສະໜູນ 100% ເລືອກຕັ້ງທ່ານປະທານປະເທດ ໂຕເລິມ ກຳມະການກົມການເມືອງດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII. ກ່າວຄຳເຫັນຮັບດຳລົງຕຳແໜ່ງ, ທ່ານເລຂາທິການໃຫຍ່ ໂຕເລິມຢັ້ງຢືນວ່າ:

ຂ້າພະເຈົ້າຂໍສະບານຕົວຕໍ່ສູນກາງພັກ, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຈະມານະພະຍາຍາມສູ້ຊົນຢ່າງບໍ່ຢຸດຢັ້ງ, ພ້ອມກັບສູນກາງສືບທອດ, ເສີມຂະຫຍາຍມູນເຊື້ອສະຫງ່າອົງອາດ, ບົດຮຽນປະສົບການອັນລ້ຳຄ່າຂອງພັກ ແລະ ບັນດາໝາກຜົນ ເຊິ່ງກອງປະຊຸມໃຫຍ່ຂອງພັກກອມມູນິດ ຫວຽດນາມ ຄັ້ງຕ່າງ, ໃນນັ້ນມີກອງປະຊຸມໃຫຍ່ຄັ້ງທີ XIIIຂອງພັກກອມມູນິດ ຫວຽດນາມ ບັນລຸໄດ້ຢ່າງບໍ່ຢຸດຢັ້ງ; ເສີມຂະຫຍາຍຢູ່ລະດັບສູງທີ່ສຸດ ຈິດໃຈ “ເປັນເຈົ້າຕົນເອງ, ມີຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄວາມເອກອ້າງທະນົງໃຈແຫ່ງຊາດ”; ເພີ່ມທະວີຄວາມສາມັກຄີ, ເອກະພາບພາຍໃນພັກ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງບໍ່ຢຸດຢັ້ງ; ສືບຕໍ່ຍູ້ແຮງການກໍ່ສ້າງ, ປັບປຸງພັກ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້.

ທ່ານເລຂາທິການໃຫຍ່ ໂຕເລິມໃຫ້ຮູ້ວ່າ ຈະສຸມໃສ່ຊີ້ນຳການຈັດຕັ້ງປະຕິບັດວຽກງານສະຫຼຸບ 40 ປີແຫ່ງວັນປ່ຽນແປງໃໝ່ປະເທດຊາດ ແລະ ວຽກງານຕ່າງໆເພື່ອຈັດຕັ້ງສຳເລັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ສືບທອດບັນດາຜົນສຳເລັດທິດສະດີສຳຄັນກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງໄປສູ່ສັງຄົມນິຍົມ ຫວຽດນາມ ເຊິ່ງການນຳລຸ້ນຕ່າງໆຂອງພັກ, ໃນນັ້ນມີທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງສະຫຼຸບ ວາງອອກເສັ້ນທາງທີ່ຖືກຕ້ອງ, ນຳປະເທດຊາດສືບຕໍ່ພັດທະນາຢ່າງຮອບດ້ານໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ