ທ່ານປະທານປະເທດເຈີນ​ດ້າຍກວາງ ຕ້ອນຮັບ ເລຂາໜ່ວຍພັກ 60 ທ່ານທີ່ດີເດັ່ນ


ທ່ານປະທານປະເທດເຈີນ​ດ້າຍກວາງ ຕ້ອນຮັບ ເລຂາໜ່ວຍພັກ 60 ທ່ານທີ່ດີເດັ່ນ - ảnh 1
ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈີນ​ດ້າຍກວາງກ່ວ​ຄຳ​ເຫັນ​ທີ່​ການ​ພົບ​ປະ

(vovworld)-  ຕອນ​ບ່າຍ​ວັນ​ທີ 4/1, ທີ່​ການ​ພົບ​ປະ​ກັບ​ຜູ້​ແທນ 60 ຄົນ​ທີ່​ເປັນ​ເລ​ຂາ​ໜ່ວຍ​ພັກ​ທີ່​ດີ​ເດັ່ນ​ຂອງ​ອົງ​ຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະ​ກິດ​ສູນ​ກາງ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈີນ​ດ້າຍກວາງ ເນັ້ນ​ໜັກ​ວ່າ :      “  ຂ້າ​ພະ​ເຈົ້າ​ສະ​ເໜີ​ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ພັກ​ຂັ້ນ​ຮາກ​ຖານ, ສຸມ​ໃສ່​ຊີ້​ນຳ​ນຳ​ພາ​ຢ່າງ​ຂ້ຽວ​ຂາດກວ່າ​ອີກ, ແນ​ໃສ່​ຜັນ​ຂະ​ຫຍາຍ​ໜ້າ​ທີ່ສ້າງ​ໂຄງ​ປະ​ກອບ​ວິ​ສາ​ຫະ​ກິດ​ຄືນ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຕາມ​ແຜນ​ການ​ທີ່​ຂັ້ນ​ຕ່າງໆ​ໄດ້​ອະ​ນຸ​ມັດ​ຜ່ານ, ໃນ​ນັ້ນ​ເອົາ​ໃຈ​ໃສ່​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງວຽກ​ງານ​ພະ​ນັກ​ງານ ແລະ ກຳ​ລັງ​ແຮງ​ງານ, ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ທຸກ​ຄວາມ​ຫຍຸ້ງ​ຍາກ, ພັດ​ທະ​ນາ​ການ​ຜະ​ລິດ, ຕັ້ງ​ໜ້າ​ນຳ​ໃຊ້​ບັນ​ດາ​ຄວາມ​ກ້າວ​ໜ້າ​ທາງ​ດ້ານ​ວິ​ທະ​ນາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ແນ​ໃສ່​ຍົກ​ສູງ​ສະ​ມັດ​ທະ​ພາບ​ການ​ອອກ​ແຮງ​ງານ, ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ປະ​ສິດ​ທິ​ຜົນ​ການ​ຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ”

ຂ່າວ/ບົດ​ອື່ນ