ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງປະທານາທິບໍດີອິນໂດເນເຊຍJusuf Kalla

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບຮອງປະທານາທິບໍດີອິນໂດເນເຊຍJusuf Kalla  - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ​ຕ້ອນ​ຮັບ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ Jusuf Kalla

(vovworld)-  ​​​ວັນ​ທີ 18/11, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ສັບ​ປະ​ດາ​ຂັ້ນ​ສູງ​ຄັ້ງ​ທີ 24 ຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊີ​ຟີກ APEC ຢູ່ Lima ປະ​ເທດ ເປ​ຣູ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕ້ອນ​ຮັບ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ Jusuf Kalla. ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເຫນີ: ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ພິ​ເສດ​ຢູ່ ຂັ້ນ​ສູງ ແລະ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 7 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ສອ​ງ​ປະ​ເທດ​ໂດຍ​ໄວ ເພື່ອ​ວາງ​ອອກບ​ັນ​ດາ​ມາ​ດ​ຕະ​ການ​ລະ​ອຽດ ແນ​ໃສ່​ປະ​ຕິ​ບັດ​ຄາດ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ຂຶ້ນ​ເຖິງ 10 ຕື້ USD ໃນ​ປີ 2018. ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເຫນີ ອິນ​ໂດ​ເນ​ເຊຍ ມີ​ຄວາມ​ເອົາ​ໃຈ​ໃສ່, ມີ​ການ​ປະ​ພຶດ​ຕໍ່​ຊາວ​ປະ​ມົງ​ຫວຽດ​ນາມຢ່າງ​ມະ​ນຸດ​ສະ​ທຳ ບົນ​ຈິດ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື. ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ນຳ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ, ຊຸກ​ຍູ້​ຄວາມ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ, ສ້າງ​ປະ​ຊາ​ຄົມ ອາ​ຊຽນ ແລະ ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ປີ APEC ຫວຽດ​ນາມ 2017.


ຕອບກັບ

ຂ່າວ/ບົດ​ອື່ນ