ທ່ານປະທານປະເທດເຈືອງເຕີນຊາງພົບປະກັບນາຍົກລັດຖະມົນຕີນອກແວ

ທ່ານປະທານປະເທດເຈືອງເຕີນຊາງພົບປະກັບນາຍົກລັດຖະມົນຕີນອກແວ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງແລະ​ທ່​ານ​ນາງ
ນາ​ຍົກ​ລັດ​ຖະ​ມົນ​ຕີ ນອກ​ແວ Erna Solberg
​ພາບ:tuoitre.vn

(vovworld)-ທີ່​ການ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນອກ​ແວ Erna Solberg ໃນ​ວັນ​ທີ 25/9, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢືນ​ຢັນ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ນອກ​ແວ. ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນອກ​ແວ Erna Solberg ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ບາດ​ກ້າວ​ພັດ​ທະ​ນາ​ໃຫມ່​ພາຍ​ຫລັງ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່ານ​ນາງ​ໃນ​ເດ​ືອນ 4 ປີນີ້. ເພື່ອ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ ລະ​ຫວ່າງ​ຫວຽດ​ນາມ​ແລະ ນອກ​ແວ ໃຫ້​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ນຳ​ສອງ​ທ່ານ​ເຫັນ​ດີ ສອງ​ປະ​ເທດ​ຄວນ​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ເປັນ​ປະ​ຈຳ ພິ​ເສດ​ແມ່ນ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ລະ​ຫວ່າງວິ​ສາ​ຫະ​ກິດ ແລະ ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ສອງ​ປະ​ເທດ. ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ສະ​ເຫນີ ລັດ​ຖະ​ບານ ນອກ​ແວ ຊຸກ​ຍູ້, ຫນູ​ນ​ຊ່ວຍ​ບັນ​ດາ​ບໍ​ລິ​ສັດ ນອກ​ແວ ຍູ້​ແຮງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ, ພິ​ເສດ​ໃນ​ຂົງ​ເຂດ​ຊື່ງ​ສອງ​ຝ່າຍ​ມີ​ທ່າ​ແຮງ ແລະ ມີ​ຄວາມ​ຕ້ອງ​ການ.

 

ຂ່າວ/ບົດ​ອື່ນ