ທ່ານປະທານປະເທດເຈືອງເຕີນຊາງລົງກວດກາກິດຈະກຳກໍ່ສ້າງເຂດອະນຸສອນສະຖານສາດສະດາຈານເຈີນດາຍເຫງ໋ຍ

ທ່ານປະທານປະເທດເຈືອງເຕີນຊາງລົງກວດກາກິດຈະກຳກໍ່ສ້າງເຂດອະນຸສອນສະຖານສາດສະດາຈານເຈີນດາຍເຫງ໋ຍ - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ
photo:internet


(vovworld)-ວັນ​ທີ 16/2, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ລົງ​ຢ້ຽມຢາມ ​ແລະ ກວດກາລະດັບ​ຄວາມ​ໄວ​ການ​ປະຕິບັດ​ກິດຈະກຳ​ກໍ່ສ້າງ​ເຂດ​ອະນຸສອນ​ສະຖານ​ສາດສະດາ​ຈານ, ສະມາຊິກ​ສະພາ​ມະຫາບັນ​ດິດ ​ເຈີ​ນດາຍ​ເຫ​ງ໋ຍ, ລູກສິດ​ດີ​ເດັ່ນ​ຂອງ​ປະ​ທານ​ໂຮ່ຈິ​ມີນ, ນັກວິທະຍາສາດ​ໃຫຍ່​ຂອງ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ: ​ເຂດ​ອະນຸສອນ​ສະຖານ​ສາດສະດາຈານ ​ເຈີ​ນດາຍ​ເຫງ໋ຍ ​ແມ່ນ​ກິດຈະກຳ​ວັດທະນະທຳ​ມີ​ຄວາມ​ໝາຍ​ວັດທະນະທຳ​ມະນຸດ​ຢ່າງ​ເລິກ​ເຊິ່ງ, ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຫລັກ​ສິນ​ທຳ“ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ ກິນ​ປາ​ຄິດ​ຮອດ​ຄຸນ​ນຳ້” ​ເທົ່າ​ນັ້ນ ຫາກ​ຍັງ​ສຶກສາ​ມູນ​ເຊື້ອ​ປະຕິວັດ​ໃຫ້​ແກ່​ຊາວ​ຫວຽດນາມ​ລຸ້ນຕ່າງໆ ກໍ​ຄື​ແຂວງ ຫວີງ​ລອງ ຊື່​ງ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ສາດສະດາ​ຈານ ກ່ຽວ​ກັບນຳ້​ໃຈ​ບື່ນຕົວ​ຂຶ້ນ, ຮຳ່ຮຽນ, ມີ​ຫົວຄິດ​ປະດິດ​ສ້າງ, ຮັບ​ໃຊ້​ປະ​ເທດ​ຊາດ​ຢ່າງ​ສຸດ​ຈິດ​ສຸດ​ໃຈ. ພິ​ເສດ ສາດສະດາ​ຈານ ​ເຈີ​ນດາຍ​​ເຫງ໋ຍ ​ແມ່ນ​ຜູ້​ປະດິດ​ສ້າງອາ​ວຸດ​ໃນ​ການ​ຕໍ່ຕ​້ານຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝລັ່ງ ​ເປີດ​ໄລຍະ​ພັດທະນາ​ໃຫມ່​ໃນ​ວິທະຍາສາດ​ການ​ທະຫານ, ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ເຂົ້າ​ໃນ​ການ​ປ່ຽນ​ແປງ​ສະຖານະ​ພາບ​ຂອງ​ການ​ປະຕິວັດ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ