ທ່ານປະທານປະເທດເຈືອງເຕີນຊາງອວຍພອນປີໃຫມ່ປີມະເມຍຢູ່ເມືອງກູຈີ
ທ່ານປະທານປະເທດເຈືອງເຕີນຊາງຢື້ຢາມຖາມຂ່າວ
ທະຫານເສຍອົງຄະ
ພາບ:baomoi.com
|
(vovworld)- ຕອນເຊົ້າວັນທີ 1/2, ທ່ານປະທານປະເທດເຈືອງເຕີນຊາງ ແລະ ການນຳນະຄອນ ໂຮ່ຈິມີນ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃຫມ່ບັນດາຄອບຄົວໃນເປົ້າໝາຍນະໂຍບາຍ, ຊາວກະສິກອນຜະລິດເກັ່ງ ແລະ ອົງຄະນະພັກ, ອຳນາດການປົກຄອງບັນດາຕາແສງຊົນນະບົດໃຫມ່ ຢູ່ເມືອງ ກູຈີ ນະຄອນ ໂຮ່ຈິມີນ. ນະທີ່ນີ້, ທ່ານປະທານປະເທດ ຢື້ຢາມຖາມຂ່າວ, ລະດົມກຳລັງໃຈປະຊາຊົນເມືອງກູຈີ ແລະ ຍ້ອງຍໍບັນດາຄວາມມານະພະຍາຍາມບືນຕົວຂຶ້ນໃນຊີວິດຂອງບັນດາທະຫານເສຍອົງຄະ ແລະ ຄອບຄົວເປົ້າໝາຍນະໂຍບາຍ. ເມື່ອຢ້ຽມຢາມອົງຄະນະພັກ ແລະ ອຳນາດການປົກຄອງ ຕາແສງ ທາຍໝີ ແລະ ເຕີນທົງໂຮ້ຍ, ຊື່ງແມ່ນສອງຕາແສງເປັນແບບຢ່າງໃນຂະບວນການກໍ່ສ້າງຊົນນະບົດໃຫມ່ຂອງ ນະຄອນ ໂຮ່ຈິມີນ, ທ່ານປະທານປະເທດ ໄດ້ຍ້ອງຍໍບັນດາຄວາມມານະພະຍາຍາມ ແລະ ຈິດໃຈທີ່ມີຫົວຄິດປະດິດສ້າງຂອງອົງຄະນະພັກ ແລະ ອຳນາດການປົກຄອງໃນການຜັນຂະຫຍາຍແຜນນະໂຍບາຍກໍ່ສ້າງຊົນນະບົດໃຫມ່ຢ່າງມີປະສິດທິຜົນ.