ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ: ນະ​ຄອນ​ໂຮ່​ຈີ​ມິນ ເພື່ອ​ທົ່ວ​ປະ​ເທດ, ທົ່ວ​ປະ​ເທດ ເພື່ອນະ​ຄອນ​ໂຮ່​ຈີ​ມິນ

(VOVWORLD) -ຕອນບ່າຍວັນທີ 19 ທັນວາ, ຢູ່ທີ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ້ງເຫວະ ເປັນປະທານ ໃນການເຮັດວຽກລະຫວ່າງ ພັກ ຄະນະຜູ້ແທນສະພາແຫ່ງຊາດ ກັບ ຄະນະປະຈຳ ຄະນະກຳມະການພັກນະຄອນໂຮ່ຈີມິນ ກ່ຽວກັບການສ້າງ “ແຜນຮ່າງການສ້າງຮ່າງມະຕິກ່ຽວກັບກົນໄກ, ນະໂຍບາຍທົດລອງສ້າງກຳລັງໜູນພັດທະນານະຄອນໂຮ່ຈີມິນ”. 
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ: ນະ​ຄອນ​ໂຮ່​ຈີ​ມິນ ເພື່ອ​ທົ່ວ​ປະ​ເທດ, ທົ່ວ​ປະ​ເທດ ເພື່ອນະ​ຄອນ​ໂຮ່​ຈີ​ມິນ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ້ງເຫວະ ເປັນປະທານ ໃນການເຮັດວຽກ

ກ່າວຄຳເຫັນໃນການເຮັດວຽກ, ທ່ານເວືອງດິ້ງເຫວະ ກ່າວວ່າ: ແຜນຮ່າງແມ່ນຈໍາເປັນ ແລະ ຮີບດ່ວນທີ່ສຸດເພື່ອຫັນບັນດາແຜນນະໂຍບາຍຂອງພັກ, ລັດ ເປັນລະບອບລະບຽບການຕໍ່ກັບນະຄອນໂຮ່ຈີມິນ, ຊ່ວຍນະຄອນປັບປຸງບັນດາກໍາລັງໜູນ, ການເຕີບໂຕການພັດທະນາວ່ອງໄວ ແລະ ໝັ້ນຄົງກວ່າເກົ່າອີກ , ຕາມຈິດໃຈ: ນະຄອນໂຮ່ຈີມິນ ເພື່ອທົ່ວປະເທດ, ທົ່ວປະເທດ ເພື່ອນະຄອນໂຮ່ຈີມິນ; ນະຄອນເປັນຜູ້ນຳໜ້າດ້ານກໍາລັງໜູນ. ທ່ານເວືອງດິ້ງເຫວະ ສະເໜີໃຫ້ນະຄອນ ສຸມໃສ່ 4 ກຸ່ມນະໂຍບາຍໃຫຍ່ ມີຄວາມສຳຄັນ, ຈຸດສຸມ ແລະ ໃນຕົວຈິງທີ່ປະສົບກັບບັນດາຄວາມຫຍຸ້ງຍາກ, ຄົງຄ້າງ, ແລະ ບາງນະໂຍບາຍທົດລອງກຳລັງປະຕິບັດຢູ່ບາງທ້ອງຖິ່ນ.

        ອະນຸຍາດໃຫ້ນະຄອນໂຮ່ຈີມິນໄດ້ນຳໃຊ້ໄວຂຶ້ນເມື່ອທຽບໃສ່ທົ່ວປະເທດ ສຳລັບບັນດາບັນຫາປັບປຸງ, ເພີ່ມເຕີມບາງໂຄງການເຊັ່ນ ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ; ກົດໝາຍວ່າດ້ວຍການປີ່ນປົວພະຍາດສະບັບປັບປຸງ. ສິ່ງນີ້ກໍ່ມີທັງລັກສະນະກວມລວມ, ມີທັງລັກສະນະລະອຽດ, ເພື່ອພາຍຫຼັງຈາກນີ້ເມື່ອມີການປະກາດໃຊ້ມະຕິ, ນະຄອນໂຮ່ຈີມິນ ຈະມີໂອກາດນຳໃຊ້ໄດ້ທັນທີ. ນອກຈາກນັ້ນ, ກໍ່ຕ້ອງການມີບັນດານະໂຍບາຍໃໝ່, ສະເພາະໃຫ້ນະຄອນໂຮ່ຈີມິນ ເພື່ອແກ້ໄຂຂໍ້ຄົງຄ້າງ. ຈິດໃຈລວມແມ່ນຕັ້ງໜ້າສະໜັບສະໜູນໃຫ້ຫຼາຍທີ່ສຸດ ເພື່ອການພັດທະນາຂອງນະຄອນ.

ທ່ານປະທານສະພາແຫ່ງຊາດ ກໍ່ໄດ້ເນັ້ນໜັກວ່າ ແຜນຮ່າງດັ່ງກ່າວ ລວມທັງບັນຫາໃຫຍ່ຕ່າງໆ, ນຳມາເຊິ່ງຜົນປະໂຫຍດທັງເບື້ອງຕົ້ນ ແລະ ພາຍພາກໜ້າ, ມີຄວາມບຸກທະລຸໃນການກໍ່ສ້າງ, ພັດທະນາ, ປ່ຽນແປງໃໝ່ຫົວຄິດປະດິດສ້າງຂອງນະຄອນ.

ຕອບກັບ

ຂ່າວ/ບົດ​ອື່ນ