ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງຖະຫວາຍທູບທຽນຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ
(ພາບ:daibieunhandan.vn)
ຕອນເຊົ້າວັນທີ 18/1, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮູ່ງ ້ອມກັບບັນດາພະນັກງານຫ້ອງວ່າການສະພາແຫ່ງຊາດໄດ້ໄປຖະຫວາບທູບບູຊາທຽນອາໄລຫາລຸງໂຮ່ຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ໃນບໍລິເວັນສຳນັກງານປະທານປະເທດ. ທ່ານປະທານສະພາແຫ່ງຊາດໄດ້ສະແດງຄວາມເຄົາລົບນັບຖື ແລະ ສະເທືອນໃຈອາໄລຫາເຖິງຄຸນງານຄວາມດີອັນໃຫຍ່ຫຼວງຂອງປະທານໂຮຈີມິນທີ່ມີຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ. ທ່ານປະທານສະພາແຫ່ງຊາດຫວັງວ່າ ບັນດາພະນັກງານ, ກຳມະກອນຢູ່ທີ່ນີ້ຈົ່ງສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອ ຮັກສາບັນດາວັດຖຸພັນອັນລ້ຳຄ່າ, ແລະ ສັກກະຫຼະບູຊາກ່ຽວກັບປະທານໂຮ່ຈີມິນ, ປະກອບສ່ວນເຂົ້າໃນການປົກປັກຮັກສາມໍລະດົກອັນລ້ຳຄ່ານີ້ໃຫ້ແກ່ລຸ້ນຫຼັງ. ພ້ອມກັນນັ້ນ, ກໍ່ປະຕິບັດວຽກງານແນະນຳກັບປະຊາຊົນທົ່ວປະເທດ ແລະ ເພື່ອນມິດສາກົນກ່ຽວກັບຊີວິດ ແລະ ພາລະກິດຂອງປະທານໂຮ່ຈີມິນເປັນຢ່າງດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັ້ນຂົນຂວາຍຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ.