ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ເຮົ້າຢາງ

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ເຮົ້າຢາງ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ​ເຮົ້າ​ຢາງ
(ພາບ: TTXVN)


(vovworld) - ​ໂດຍ​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ທາງທິດ​ຕາ​ເວັນ​ຕົກພາກ​ໃຕ້​ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 27 ສິງ​ກາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ຫົວໜ້າ​ຄະນະ​ຊີ້​ນຳ​ສະຫຼຸບ 5 ປີ​ແຫ່ງ​ການ​ປະຕິບັດ​ມະຕິ​ສູນ​ກາງຄັ້ງ​ທີ 7 (ຊຸ​ດທີ 10) ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ແຂວງ​ເຮົ້າ​ຢາງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງ​ຜົນງານ​ຂອງ​ມະຕິ​ສູນ​ກາງ​​ຄັ້ງ​ທີ 7 ​ເຮັດໃຫ້​ຊີ​ວິດ​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ຂອງ​ປະຊາຊົນ​ໄດ້​ຮັບການຍົກສູງຂຶ້ນ. ​ແຂວງ​ເຮົ້າ​ຢາງ ຕ້ອງ​ສືບ​ຕໍ່​ຊາບ​ຊຶມ, ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເປັນ​ຢ່າງ​ດີ, ​ໃນ​ນັ້ນ​ປະຊາຊົນ​ຮັກສາບົດບາດເປັນເຈົ້າຂອງ. ​ແຂວງ​ເຮົ້າ​ຢາງ ຕ້ອງ​ເສີມຂະຫຍາຍທ່າ​ແຮງ​ຂອງ​ທ່ອງ​ຖິ່ນ, ພັດທະນາ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ ​ໃຫ້​ບັນລຸ​ໝາກຜົນ​ສູງ​ສຸດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ໃສ່ໃຈ​ວ່າ ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງ​ເຮົ້າ​ຢາງ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ຕາມ​ທິດ​ໝັ້ນຄົງ, ບໍ່​ແລ່ນ​ຕາມ​ຜົນງານ, ​ເລືອກ​ເອົາ​ທ່າ​​ແຮງ​ເພື່ອ​​ບຸລິມະສິດ​ແກ່ການ​ລົງທຶນ​ພັດທະນາ.
ຂ່າວ/ບົດ​ອື່ນ