ທ່ານ​ປະ​ທານ​ສະ​ພາ​ແຫ່ງຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ການ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ສ.ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່

(VOVWORLD) - ຕອນເຊົ້າວັນທີ 14 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນໄດ້ໃຫ້ການຕ້ອນຮັບທ່ານ Prabowo Subianto ປະທານາທິບໍດີ ສ.ອິນໂດເນເຊຍຄົນໃໝ່ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ການ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ສ.ອິນ​ໂດ​ເນ​ເຊຍ​ຄົນ​ໃໝ່ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ທ່ານປະທານາທິບໍດີ Prabowo Subianto
(ພາບ: VOV)

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ທ່ານປະທານາທິບໍດີ Prabowo Subianto ໄດ້ພ້ອມກັນຢັ້ງຢືນວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍເລິກເຊິ່ງກ່ວາອີກ, ມຸ່ງໄປເຖິງການຍົກລະດັບການພົວພັນສອງປະເທດຂຶ້ນຄູ່ຮ່ວມມືກ່ຽວກັບການຮ່ວມມືສະພາແຫ່ງຊາດ/ລັດຖະສະພາສອງປະເທດໃນໄລຍະຈະມາເຖິງ, ການນຳສອງທ່ານຖືວ່າ ອົງການນິຕິບັນຍັດສອງປະເທດຄວນເພີ່ມທະວີການພົວພັນຮ່ວມມືຕາມທິດ: ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງສອງປະເທດ; ແບ່ງປັນບົດຮຽນປະສົບການລະຫວ່າງບັນດາກຳມາທິການວິຊາການຂອງສະພາແຫ່ງຊາດ, ບັນດາກຸ່ມສະມາຊິກລັດຖະສະພາ, ສະມາຊິກລັດຖະສະພາຍິງ ແລະ ສະມາຊິກລັດຖະສະພາໜຸ່ມ, ເປັນຕົ້ນແມ່ນໃນຂົງເຂດກໍ່ສ້າງກົດໝາຍ, ລະບອບລະບຽບການ, ສຳລັບບັນດາບັນຫາທີ່ມີລັກສະນະທົ່ວໂລກຄືການຫັນເປັນດີຈີຕອນ, ການເຕີບໂຕສີຂຽວ, ຫັນປ່ຽນພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບພົບປະກັບທ່ານ Prabowo Subianto ປະທານາທິບໍດີ ອິນໂດເນເຊຍ ຄົນໃໝ່. ທີ່ການຕ້ອນຮັບ, ທ່ານຟ້າມມິງຈິງ ໄດ້ສະເໜີ ອິນໂດເນເຊຍ ເຊັນຂໍ້ຕົກລົງຮ່ວມມືທາງການຄ້າກ່ຽວກັບເຂົ້າສານໂດຍໄວ ເພື່ອສ້າງຄວາມສະດວກໃຫ້ແກ່ຜະລິດຕະພັນກະເສດ ແລະ ບັນດາຜະລິດຕະພັນ Halal ຂອງ ຫວຽດນາມ ເຂົ້າເຖິງຕະຫຼາດ ອິນໂດເນເຊຍ, ສະໜັບສະໜູນ ຫວຽດນາມ ໃນການແກ້ບັດເຫຼືອງ IUU (ການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ).

ຕອບກັບ

ຂ່າວ/ບົດ​ອື່ນ