ທ່ານປະທານສະພາແຫ່ງຊາດກຳປູເຈຍ ຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ


ທ່ານປະທານສະພາແຫ່ງຊາດກຳປູເຈຍ ຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ - ảnh 1
ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ໄຫວ້​ອາ​ໄລ​ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Chea Sim

(vovworld)- ຕອນ​ບ່າຍ​ວັນ​ທີ 10/6, ເນື່ອງ​ໃນ​ໂອ​ກາດ ເດີນ​ທາງ​ເຖິງ​ນະ​ຄອນ​ຫລວງ ພະ​ນົມ​ເປັນ ເພື່ອ​ໄຫວ້​ອາ​ໄລ​ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Chea Sim, ທ່ານ ຫງວຽນ​ຊີງ​ຮຸ່ງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ Heng Samrin . ທີ່​ການ​ພົບ​ປະ, ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ ໄດ້​ສົ່ງ​ຄວາມ​ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ລົດ​ໃຈ​ຂອງທ່ານ​ ຫງວຽນ​ຟູ​ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທ​ດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ມາ​ຍັງ​ ​ກະ​ສັດ ກຳ​ປູ​ເຈຍ ໂນ​ໂຣ​ດົມ ສີ​ຫາໂມ​ນີ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ກຳ​ປູ​ເຈຍ ​ ແລະ ຄອບ​ຄົວ​ຂອງ​ທ່ານ. ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊີງ​ຮຸ່ງ  ແລະ ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ Heng Samrin ໄດ້​ເຫັນ​ດີ​ນຳ​ກັນ​ວ່າ ສືບ​ຕໍ່​ຮັກ​ສາ, ປັບ​ປຸງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ໝັ້ນ​ຄົງ​ຍາວ​ນາ​ນ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ 2 ປະ​ເທດ, ປະ​ກອບ​ສວ່ນ​ເຂົ້າ​ໃນ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ຂ່າວ/ບົດ​ອື່ນ