ທ່ານປະທານສະພາແຫ່ງຊາດຫງວຽນຊີງຮຸ່ງເຂົ້າຮ່ວມກອງປະຊຸມພົບປະສັງສັນກັບບັນດານັກລົງທຶນ

ທ່ານປະທານສະພາແຫ່ງຊາດຫງວຽນຊີງຮຸ່ງເຂົ້າຮ່ວມກອງປະຊຸມພົບປະສັງສັນກັບບັນດານັກລົງທຶນ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊີງ​ຮຸ່ງ ​ເປັນ​ປະທານ
ກອງ​ປະຊຸມ


(vovworld)-ຕອນ​ເຊົ້າ​ວັນທີ 15/2 ຢູ່ ນະຄອນ ວີ​ງ, ​ແຂວງ ​ເງ້ອານ ສົມທົບ​ກັບ​ອົງຄະນະ​ພັກກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ​ແລະ ທະນາຄານ​ລົງທຶນ ​ແລະ ພັດທະນາ​ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ​ພົບ​ປະ​ສັງ​ສັນກັບ​ບັນດາ​ນັກ​ລົງທຶນ​ເນ່ືອງ​ໃນ​ໂອກາດ​ລະດູບານ​ໃຫມ່​ປີ​ມະ​ເມຍ 2014. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊີງ​ຮຸ່ງ ​ເປັນ​ປະທານກອງ​ປະຊຸມ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ການ​ນຳ​ອົງການ​ສູນ​ກາງ, ທ້ອງ​ຖິ່ນ​ຈຳນວນ​ຫນຶ່ງ ​ແລະ ກວ່າ 600 ນັກທຸລະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ນີ້​ເປັນ​ຄັ້ງ​ທີ 6 ​ແຂວງ ​ເງ້ອານ ຈັດ​ຕັ້ງ​ກອງ​ປະຊຸມ​ພົບ​ປະ​ສັງ​ສັນ​ກັບ​ບັນດາ​ນັກ​ລົງທຶນ​ຕົ້ນ​ລະດູບານ​ໃຫມ່ ປະຈຳ​ປີ ​ເພື່ອ​ເພີ່ມ​ທະວີ​ການ​ດຶງ​ດູດ​ການ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ໄດ້​ສະ​ເຫ​ນີ ​ແຂວງ ​ເງ້ອານ ​ເສີມ​ຂະຫຍາຍ​ທ່າ​ໄດ້​ປຽບ ​ເພື່ອ​ສຸມ​ໃສ່​ລົງທຶນ​ພັດທະນາ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່, ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ ພິ​ເສດ ​ແມ່ນ​ສຸມ​ໃສ່​ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ.

 

 

 

ຂ່າວ/ບົດ​ອື່ນ