ທ່ານປະທານສຳນັກຂ່າວສານຍີປຸນ Kyodo ຢ້ຽມຢາມຫວຽດນາມ

ທ່ານປະທານສຳນັກຂ່າວສານຍີປຸນ Kyodo ຢ້ຽມຢາມຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູງ ຕ້ອນຮັບທ່ານປະທານ​ສຳນັກ​ຂ່າວສານ​ຍີ​ປຸນ Kyodo Masaki Fukuyama
(ພາບ: VGP/Nhật Bắc)

(vovworld) - ຕອນ​ບ່າຍວັນ​ທີ 4/11, ທີ່​ຮ່າ​ໂນ້ຍ, ​​​ໃນ​ການ​ຕ້ອນຮັບທ່ານ​ປະທານ​ສຳນັກ​ຂ່າວສານ​ຍີ​ປຸນ Kyodo Masaki Fukuyama ທີ່​ພວມ​ຢ້ຽມຢາມ​ແລະ​ເຮັດ​ວຽກຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູງ ຢືນຢັນ​ວ່າ​ລັດຖະບານ​ຫວຽດນາມສະໜັບສະໜູນການ​ຮ່ວມ​ມື​ລະຫວ່າງ​ສຳນັກ​ຂ່າວສານ​ຫວຽດນາມ ​ແລະ Kyodo, ປະກອບສ່ວນ​ຢ່າງ​​ແທດ​ຈິງ​ເພື່ຶອນຳສາຍ​ພົວພັນຄູ່​ຮ່ວມ​ມືຍຸດ​ທະ​ສາດ​ລະ​ຫວ່າງ​ຫວຽດນາມ - ຍີ່​ປຸນ ນັບ​ມື້​ນັບ​​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິຜົນ ​ແລະ ຕິດ​ແທດ​ຕົວ​ຈິງ. ທ່ານ​ນາຍົກລັດຖະມົນຕີສະ​ເໜີວ່າ Kyodo ​ແລະ ສຳນັກ​ຂ່າວສານ​ຫວຽດນາມ​ ຈົ່ງເພິ່ມທະວີ​ການ​ແລກ​ປ່ຽນຂໍ້​ມູນຂ່າວສານ, ​ແບ່ງປັນ​ບົດຮຽນ, ບຳລູງສ້າງ​ພະນັກງານ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢູງ ກ່າວ​ວ່າ​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​​ຍັງໃຫຍ່​ຫຼວງ​ຢູ່, ​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງ​ທຶນ. ຫວຽດນາມ​ຫວັງ​ວ່າ​ຈະ​ພ້ອມ​ກັບ​ ຍີ່​ປຸນ ​​ຍຸ້​ແຮງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຢ່າງຮອບດ້ານ, ​ເພື່ອ​ຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ໃຫ້​ທັງ​ສອງ​ຝ່າຍ, ປະກອບສ່ວນ​​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​​ໃນ​ພາກພື້ນ ​ແລະ ​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ