ທ່ານປະທານາທິບໍດີ Donald Trump ຄາດວ່າ ຈະແກ່ຍາວກໍານົດເວລາເພື່ອໃຫ້ສະພາແຫ່ງຊາດຮັບຮອງເອົາງົບປະມານໃຫ້ແກ່ລັດຖະບານສະຫະລັດ

(VOVWORLD) -ເລື່ອງແກ່ຍາວ ກໍານົດເວລາດັ່ງກ່າວ ໂດຍທ່ານປະທານາທິບໍດີ ອາເມລິກາ ຍົກອອກ ຍ້ອນທ່ານອະດີດ ປະທານາທິບໍດີ ອາເມລິກາ George H.W.Bush  ຫາກໍ່ເຖິງແກ່ມໍລະນະກໍາ

        ວັນທີ 02 ທັນວາ, ທ່ານປະທານາທິບໍດີ Donald Trump   ໃຫ້ຮູ້ວ່າ ທ່ານຄາດຄະເນວ່າ ຈະແກ່ຍາວກໍານົດເວລາ ຕື່ມອີກ 02 ອາທິດ ເພື່ອໃຫ້ສະພາແຫ່ງຊາດ ອາເມລິກາ ຮັບຮອງເອົາງົບປະມານໃຫ້ລັດຖະບານສະຫະລັດ. ກໍານົດເວລາໃນເບື້ອງຕົ້ນແມ່ນຮອດວັນທີ 07 ທັນວາ. ເລື່ອງແກ່ຍາວ ກໍານົດເວລາດັ່ງກ່າວ ໂດຍທ່ານປະທານາທິບໍດີ ອາເມລິກາ ຍົກອອກ ຍ້ອນທ່ານອະດີດ ປະທານາທິບໍດີ ອາເມລິກາ George H.W.Bush  ຫາກໍ່ເຖິງແກ່ມໍລະນະກໍາ ແລະ ພິທີສົບຂອງເພິ່ນຈະຖືກຈັດຂຶ້ນໃນວັນພຸດອາທິດໜ້າ. ສະພາແຫ່ງຊາດ ອາເມລິກາ ກໍານົດເວລາສຸດທ້າຍ ເພື່ອຮັບຮອງເອົາງົບປະມານໃຫ້ແກ່ລັດຖະບານສະຫະລັດ ແມ່ນວັນທີ 07 ທັນວາ ແລະ ຖ້າຫາກສິ່ງດັ່ງກ່າວບໍ່ໄດ້ປະຕິບັດນັ້ນ ຈະມີບາງກະຊວງຕ້ອງຢຸດຕິການເຄື່ອນໄຫວຊົ່ວຄາວ ຍ້ອນຂາດງົບປະມານ.


ຕອບກັບ

ຂ່າວ/ບົດ​ອື່ນ