ທ່ານປະທານາທິບໍດີ Trump ຖະແຫຼງວ່າ ອາເມລິກາ ກ້າວເຂົ້າໃກ້ການເຊັນຂໍ້ຕົກລົງການຄ້າກັບ ຈີນ ໄລຍະ 1

(VOVWORLD) -ວັນທີ 12 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ອາເມລິກາ ກ້າວເຂົ້າໃກ້ການເຊັນຂໍ້ຕົກລົງການຄ້າກັບ ຈີນ ໄລຍະ 1. 

ເຖິງຢ່າງໃດກໍ່ຕາມ, ທ່ານ Trump ກໍ່ເນັ້ນໜັກວ່າ ພຽງແຕ່ເຫັນດີຕໍ່ຂໍ້ຕົກລົງທີ່ດີໃຫ້ແກ່ປະເທດ ອາເມລິກາ ແລະ ຊາວຜູ້ອອກແຮງງານຂອງປະເທດນີ້ເທົ່ານັ້ນ.

ທ່ານປະທານາທິບໍດີ Trump ຖະແຫຼງວ່າ ອາເມລິກາ ກ້າວເຂົ້າໃກ້ການເຊັນຂໍ້ຕົກລົງການຄ້າກັບ ຈີນ ໄລຍະ 1   - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: Reuters)

        ກ່າວຄຳເຫັນທີ່ສະໂມສອນເສດຖະກິດຢູ່ ນິວຢອກ ໃນວັນທີ 12 ພະຈິກ, ທ່ານປະທານາທິບໍດີ Trump ໃຫ້ຮູ້ວ່າ: ອາເມລິກາ ແລະ ຈີນ ພວມກ້າວເຂົ້າໃກ້ການສ້າງສຳເລັດຂໍ້ຕົກລົງການຄ້າ 2 ຝ່າຍໄລຍະ 1. ທ່ານ Trump ກໍ່ກ່າວເຕືອນວ່າ ຈະຂຶ້ນອັດຕາພາສີນຳເຂົ້າສຳລັບສິນຄ້າ ຈີນ, ຖ້າຫາກ ປັກກິງ ບໍ່ບັນລຸໄດ້ຂໍ້ຕົກລົງກັບ ວໍຊິງຕັນ.

ຕອບກັບ

ຂ່າວ/ບົດ​ອື່ນ