ທານປະທານາທິບໍດີ ຈີເລ ສິ້ນສຸດການຢ້ຽມຢາມ ຫວຽດນາມ

ທານປະທານາທິບໍດີ ຈີເລ ສິ້ນສຸດການຢ້ຽມຢາມ ຫວຽດນາມ - ảnh 1
ທ່ານ​ປະທານາທິບໍດິ ສ.ຈີ​ເລ ແລະ ທ່ານ​ປະທານ​ປະ​ເທດ Truong Tan Sang

( vovworld ) – ວັນ​ທີ 25/3, ທ່ານ​ປະທານາທິບໍດິ ສ.ຈີ​ເລ Sebastian Pinera Echenique ​ໄດ້​ເດີນທາງ​ອອກ​ຈາກ​ນະ​ຄອນ ​ໂຮ່ຈິ​ມິນ,​ ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 21/3. ວັນ​ທີ 24/3, ທ່ານ​ປະທານາທິບໍດີ ຈີ​ເລ Sebastian Pinera Echenique ​ໄດ້​ໄປ​ຢ້ຽມຢາມ​ເຂດ​ອຸ​ໂມງ ກູ​ຈີ, ຢູ່​ເມືອງ ກູ​ຈີ, ນະຄອນ​ໂຮ່ຈິ​ມິນ. ກ່ອນ​ໜ້າ​ນັ້ນ, ຢູ່​ຮ່າ​ໂນ້ຍ, ພາຍຫຼັງ​ພິທີ​ຕ້ອນຮັບຢ່າງ​​ເປັນ​ທາງ​ການ, ​ທ່ານ​ປະທານາທິບໍດີ Sebastian Pinera Echenique ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ Truong Tan Sang, ​ເຈລະຈາ​ກັບ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung.

  ແລະກໍໃນວັນ​ທີ 24/3, ໜືງສື​ພິມ​ ຈີ​ເລ ​ໄດ້​ຂັດ​ຄຳ​ເວົ້າຂອງ​ຜູ້ອຳ​ນວຍການ​ອົງການ​ສົ່ງ​ເສີມການ​ຄ້າ​ລັດຖະບານ ຈີ​ເລ Felix de Vicente, ​ຜູ້​ທີ່​ຮ່ວມ​ເດີນທາງພ້ອມ​ກັບ​ທ່ານປະທານາທິບໍດີ Sebastian Pinera ​​ມາຢ້ຽມຢາມ​ຫວຽ​ດນາມ ທີ່​ໃຫ້​ຂໍ້​ສັງ​ເກດ​ວ່າ ​ເມື່ອ​ສັນຍາ​​ການ​ຄ້າ​ເສລີ ( FTA ) ລະຫວ່າງ ຈີ​ເລ ​ແລະ ຫວຽດນາມ ມີຜົນ​ສັກສິດ, ວົງ​​ເງິນ​ການ​ຄ້າ​ສອງ​ສົ້ນ​ຈະ​ເພີ່ມ​ຂຶ້ນ​ທົບສອງ​ເທົ່າ​ເມື່ອ​ທຽບ​ໃສ່ປະ​ຈຸ​ບັນ, ​ແລະ​ຈະ​ເພີ່ມຂຶ້ນ​ເຖິງ 1 ຕື້ USD ​ໃນ​ 3 ປີ​ທີ່​ຈະ​ມາ​ເຖິງ. ຕາມ​ທ່ານ Vicente ​ແລ້ວ, FTA ຫວຽດນາມ - ຈີ​ເລ ຈະ​ອະນຸຍາດ​​ໃຫ້​ສິນຄ້າ 9.000 ປະ​ເພດຂອງ ຈີ​ເລ​ ໄດ້​ຊົມ​ໃຊ້​ດອກ​ເບ້ຍ​ໃນລະດັບ 0% ​ເມື່ອນຳ​​ເຂົ້າຕະຫຼາດຫວຽດນາມ. ນອກຈາກ​ເຫຼົ້າ​ແວງ​ແລ້ວ, ຊາວ​ຫວຽດນາມຍັງຮູ້ຈັກ​ເຖິງ​ຜະລິດ​ຕະພັນຫຼາຍ​ປະ​ເພດຂອງ ຈີ​ເລ ​​​ຄື, ໝາກ​​ອະ​ງຸ່ນ, Kiwi… ​ແລະ ​ເຕັກ​ໂນ​​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ຈະ​ໄດ້​ນຳ​ເຂົ້າ​ຕະຫຼາດ​ຫວຽດນາມ. ​ໃນ​ຂະນະ​ນັ້ນ, ຫວຽ​ດນາມ ກໍ່ມີ​ໂອກາດ​ສົ່ງ​ອອກ​ຜະລິດ​ຕະພັນຫຼາຍ​ປະ​ເພດໄປ​ຍັງ ຈີ​ເລ, ພິ​ເສດ​ແມ່ນ​​ເຄື່ອງ​ເຟີ​ນີ​ເຈີ, ໝາກ​ໄມ້ ​ແລະ ປາ.
ຂ່າວ/ບົດ​ອື່ນ