ທ່ານປະທານາທິບໍດີ ລັດເຊຍ: ອາເມລິກາ ຮັບຮອງເອົາເຂດ ພູພຽງ Golan ຂຶ້ນກັບອະທິປະໄຕຂອງ ອິດສະຣາແອັນ ແມ່ນ ລະເມີດມະຕິຂອງ ສປຊ

(VOVWORLD) -ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ຖະແຫຼງວ່າ ຂໍ້ຕົກລົງຂອງ ອາເມລິກາ ກ່ຽວກັບການຮັບຮອງເອົາເຂດພູພຽງ Golan ແມ່ນຂຶ້ນກັບອະທິປະໄຕຂອງ ອິດສະຣາແອັນ ແມ່ນ ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ.
ທ່ານປະທານາທິບໍດີ ລັດເຊຍ: ອາເມລິກາ ຮັບຮອງເອົາເຂດ ພູພຽງ Golan ຂຶ້ນກັບອະທິປະໄຕຂອງ ອິດສະຣາແອັນ ແມ່ນ ລະເມີດມະຕິຂອງ ສປຊ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN) 

ວັນທີ 8 ເມສາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ຖະແຫຼງວ່າ ຂໍ້ຕົກລົງຂອງ ອາເມລິກາ ກ່ຽວກັບການຮັບຮອງເອົາເຂດພູພຽງ Golan ແມ່ນຂຶ້ນກັບອະທິປະໄຕຂອງ ອິດສະຣາແອັນ ແມ່ນ ລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງ ສປຊ. ກ່າວຄໍາເຫັນທີ່ການຖະແຫຼງຂ່າວຮ່ວມ ພາຍຫຼັງສິ້ນສຸດການເຈລະຈາກັບຄູ່ຕໍາແໜ່ງ ຕວກກີ Recep Tayyip Erdogan ເຊິ່ງພວມມີການຢ້ຽມຢາມຢູ່ ລັດເຊຍ, ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ: “ເລື່ອງຮັບຮອງເອົາເຂດ ພູພຽງ Golan ແມ່ນສ່ວນໜຶ່ງຂອງ ອິດສະຣາແອັນ ນັ້ນ, ຄືດັ່ງພວກທ່ານໄດ້ຮັບຮູ້ຫຼັກໝັ້ນຂອງລັດເຊຍ ທີ່ໄດ້ຍົກອອກໃນຖະແຫຼງການຂອງກະຊວງການຕ່າງປະເທດແລ້ວວ່າ ຂໍ້ຕົກລົງດັ່ງກ່າວຂອງ ອາເມລິກາ ແມ່ນໄປຝືນກັບບັນດາມະຕິຂອງ ສປຊ”.

        ການນໍາລັດເຊຍ ໃຫ້ຮູ້ຕື່ມອີກວ່າ, ທີ່ການເຈລະຈາດັ່ງກ່າວ ການນໍາສອງປະເທດ ໄດ້ປຶກສາຫາລືກ່ຽວກັບ ສະພາບການຮ່ວມມືລະຫວ່າງສອງຝ່າຍ ໃນຂົງເຂດເຕັກນິກການທະຫານ. ທ່ານ Putin ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ສະໜອງບັນດາຜະລິດຕະພັນການທະຫານໃຫ້ ຕວກກີ ພ້ອມທັງສະແດງຄວາມຫວັງວ່າ ສອງປະເທດ ອາດຈະມຸ່ງໄປສູ່ການຮ່ວມມືກັນໃນການຄົ້ນຄວ້າ ແລະ ຜະລິດເຕັກນິກການທະຫານເຕັກໂນໂລຢີສູງ. 

ຕອບກັບ

ຂ່າວ/ບົດ​ອື່ນ