ທ່ານປະທານາທິບໍດີລັດເຊຍຂອບໃຈປະຊາຊົນທີ່ສະໜັບສະໜູນການປັບປຸງລັດຖະທຳມະນູນ

(VOVWORLD) -ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກວ່າ, ລັດເຊຍ ຄວນມີສະຖຽນລະພາບພາຍໃນ ກໍຄືມີເວລາເພື່ອຊຸກຍູ້ປະເທດຊາດ ແລະ ບັນດາລະບອບລະບຽບການທີ່ກ່ຽວຂ້ອງ.

ທ່ານປະທານາທິບໍດີລັດເຊຍຂອບໃຈປະຊາຊົນທີ່ສະໜັບສະໜູນການປັບປຸງລັດຖະທຳມະນູນ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin

(ພາບ: AFP/TTXVN)

ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຂອບໃຈປະຊາຊົນປະເທດນີ້ກ່ຽວກັບການສະໜັບສະໜູນ ແລະ ຄວາມເຊື່ອໝັ້ນຂອງເຂົາເຈົ້າພາຍຫຼັງການປ່ອນບັດໃນທົ່ວປະເທດ ດ້ວຍການເຫັນດີໃຫ້ປັບປຸງລັດຖະທຳມະນູນ. ວັນທີ 02 ກໍລະກົດ, ໃນບົດກ່າວປາໄສທາງໂທລະພາບ, ທ່ານປະທານາທິບໍດີ Vladimir Putin ເນັ້ນໜັກວ່າ, ລັດເຊຍ ຄວນມີສະຖຽນລະພາບພາຍໃນ ກໍຄືມີເວລາເພື່ອຊຸກຍູ້ປະເທດຊາດ ແລະ ບັນດາລະບອບລະບຽບການທີ່ກ່ຽວຂ້ອງ. ການນຳລັດເຊຍ ໃຫ້ຮູ້ວ່າ, ໝາກຜົນໃໝ່ທີ່ໄດ້ປະກາດຫາກໍສະແດງໃຫ້ເຫັນວ່າ ປະຊາຊົນລັດເຊຍ ສ່ວນຫຼາຍມີຄວາມເຊື່ອໝັ້ນຕໍ່ລັດຖະບານ.

        ບົດກ່າວປາໄສຂອງທ່ານປະທານາທິບໍດີ Vladimir Putin ໄດ້ຮັບການປະຕິບັດ ພາຍຫຼັງຄະນະກຳມະການເລືອກຕັ້ງລັດເຊຍ ປະກາດວ່າ ມີຜູ້ມີສິດເລືອກຕັ້ງລັດເຊຍ 78%  ສະໜັບສະໜູນການປັບປຸງລັດຖະທຳມະນູນ, ຜ່ານນັ້ນໄດ້ເປີດເສັ້ນທາງເພື່ອໃຫ້ທ່ານເຂົ້າຮ່ວມການຫາສຽງເລືອກຕັ້ງດຳລົງຕຳແໜ່ງເປັນປະທານາທິບໍດີຕື່ມອີກ 2 ອາຍຸການ 6 ປີ, ພາຍຫຼັງສິ້ນສຸດອາຍຸການປະຈຸບັນໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ