ທ່ານປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ຖະ​ແຫຼງ​ຢຸດ​ຕິ​ການ​ສະ​ໜອງ​ງົບ​ປະ​ມານ​ໃຫ້​ແກ່ WHO

(VOVWORLD) -ວັນທີ 14 ເມສາ, ທ່ານປະທານາທິບໍດີອາເມລິກາ Donald Trumpໄດ້ຖະແຫຼງຢຸດຕິການສະໜອງງົບປະມານໃຊ້ຈ່າຍໃຫ້ແກ່ອົງການອະນາໄມໂລກ (WHO) ພ້ອມທັງຕຳໜິຕິຕຽນອົງການນີ້ໃນການແກ້ໄຂໂລກລະບາດ Covid – 19.

ໃນກອງປະຊຸມຖະແຫຼງຂ່າວປະຈຳວັນຂອງກຸ່ມສະເພາະກິດຕ້ານໂລກລະບາດ Covid – 19 ຂອງທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຍົກອອກຄຳຖະແຫຼງດັ່ງກ່າວ. ທ່ານ Trump ກໍ່ສະຫງວນເວລາສ່ວນຫຼາຍເພື່ອຕຳໜິຕິຕຽນອົງການນິ້ີ້ໃນການຮັບມືກັບໂລກລະບາດ Covid – 19 ກ່ອນທີ່ພະຍາດຈະແຜ່ລະບາດໄປໃນທົ່ວໂລກ.

ທ່ານປະທານາທິບໍດີອາເມລິກາ Donald Trumpຕຳໜິຕິຕຽນເລື່ອງ WHO ຄັດຄ້ານການຈຳກັດເຄື່ອນຍ້າຍໄປມາກັບຈີນແລະຖືວ່າການຕັດສິນນີ້ໄດ້ເຮັດໃຫ້ໂລກລະບາດແຜ່ລາມອອກສູ່ວົງກ້ວາງແລະເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ຕາມທ່ານ Trump ແລ້ວ, ຍາມໃດອາເມລິກາກໍ່ແມ່ນປະເທດທີ່ປະກອບສ່ວນດ້ານການເງິນໃຫ້ແກ່ WHO ຫຼາຍທີ່ສຸດນັບແຕ່ເວລາສ້າງຕັ້ງໃນປີ 1948 ເປັນຕົ້ນມາ, ເຖິງຢ່າງໃດກໍ່ຕາມອົງການນີ້ກໍ່ບໍ່ໄດ້ເກັບກຳແລະແບ່ງປັນຂໍ້ມູນຂ່າວສານຢ່າງໂປ່ງໃສແລະທັນການ.

ຟ້າມຮວນ, ນັກຂ່າວ VOV ປະຈຳອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ