ທ່ານຫົວໜ້າຄະນະການຕ່າງປະເທດສູນກາງຮ່ວາງບິງກວນຕ້ອນຮັບຄະນະສະມາຊິກສະພາຕຳ່ອາເມລິກາ

ທ່ານຫົວໜ້າຄະນະການຕ່າງປະເທດສູນກາງຮ່ວາງບິງກວນຕ້ອນຮັບຄະນະສະມາຊິກສະພາຕຳ່ອາເມລິກາ - ảnh 1
ທ່ານ​ຮ່ວາງ​ບິງກວນ, ຫົວໜ້າ​ຄະນະ​ການ​ຕ່າງປະ​ເທດ​ສູນ​ກາງ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 6/5, ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ​ຮ່ວາງ​ບິງກວນ, ຫົວໜ້າ​ຄະນະ​ການ​ຕ່າງປະ​ເທດ​ສູນ​ກາງ​​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ສະມາຊິກ​ສະພາ​ຕຳ່ ອາ​ເມ​ລິ​ກາ ​ໂດຍ​ທ່ານ Matt Salmon ຫົວໜ້າ​ອະນຸ​ກຳມາທິການອາຊີ - ປາຊີ​ຟີ​ກ ຂຶ້ນ​ກັບ​ຄະນະ​ກຳມະການການ​ຕ່າງປະ​ເທດ​ສະພາ​ຕຳ່, ນຳ​ໜ້າ​ທີ່​ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ້ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ສະມາຊິກ​ສະພາ​ຕຳ່ Matt Salmon ຢືນຢັນ​ວ່າ: ​ອາ​ເມ​ລິ​ກາ ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ຫວຽດນາມ, ຊຸກຍູ້​ຜັນ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ຕາມຈິດ​ໃຈ​ຖະ​ແຫຼ​ງການ​ຮ່ວມ​ຂັ້ນ​ສູງ 2 ປະ​ເທດ 7/2013; ​ເຊື່ອ​ໝັ້ນ​ວ່າ ກັບ​ທ່າ​ການ​ພົວພັນ ​ແລະ ຄວາມ​ສາມາດ​ບົ່ນຊ້ອມ​ປະຈຸ​ບັນ​​ໄດ້ມີ, ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ພັດທະນາ​ໃນ​ຊຸມ​ປີ​ຕໍ່​ມາ.

          ທ່ານ​ຮ່ວາງ​ບິງ​ກວນ ​ສະ​ເໜີ​​ໃຫ້ ອາ​ເມ​ລິ​ກາ ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ກັບ ຫວຽດນາມ ​ໃນ​​ແກ່ການ​ກະ​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງສົງຄາມ, ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື 2 ຝ່າຍ​​ໃນ​ບັນດາ​ຂົງ​ເຂດ ຊຶ່ງ ​ຫວຽດ​ນາມ ມີ​ຄວາມ​ຕ້ອງການ ​ແລະ ອາ​ເມ​ລິ​ກາ ມີ​ທ່າ​ແຮງ.

ຂ່າວ/ບົດ​ອື່ນ