ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ: ຫວຽດ​ນາມ ຕັດ​ສິນ​ໃຈ​ຍູ້​ຖອຍ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດ

(VOVWORLD) - ຕອນເຊົ້າວັນທີ 30 ກໍລະກົດ, ຢູ່ແຂວງ ລາວກາຍ, ໄດ້ດຳເນີນພິທີປຸກລະດົມຕອບສະໜອງວັນ “ທົ່ວປວງຊົນປ້ອງກັນ, ຕ້ານການຄ້າມະນຸດ” ປີ 2024, ຕອບສະໜອງ “ວັນປ້ອງກັນ, ຕ້ານການຄ້າມະນຸດໂລກ” ໂດຍສະຫະປະຊາຊາດ ປຸກລະດົມ. ພິທີປຸກລະດົມໂດຍກະຊວງຕຳຫຼວດ, ສະຫະພັນແມ່ຍິງ ຫວຽດນາມ ສົມທົບກັບຄະນະກຳມະການປະຊາຊົນແຂວງ ລາວກາຍ ຈັດຂຶ້ນ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ລຶວກວາງ: ຫວຽດ​ນາມ ຕັດ​ສິນ​ໃຈ​ຍູ້​ຖອຍ​ອາດ​ຊະ​ຍາ​ກຳ​ການ​ຄ້າ​ມະ​ນຸດ - ảnh 1ພິທີປຸກລະດົມ

ກ່າວຄຳເຫັນໃນພິທີ, ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອຍູ້ຖອຍອາດຊະຍາກຳການຄ້າມະນຸດ ໃຫ້ອອກຈາກໃນຊີວິດສັງຄົມ, ພິເສດ ເອົາໃຈໃສ່ເຖິງການປົກປ້ອງເດັກ ແລະ ຜູ້ທີ່ມີຄວາມສ່ຽງສູງກວ່າເພິ່ນ, ໃກ້ຊິດຕິດແທດກັບຫົວຂໍ້ຂອງປີ 2024 ນັ້ນແມ່ນ “ບໍ່ປະໃຫ້ເດັກຄົນໃດຖືກຕົວຢູ່ເບື້ອງຫຼັງ” ໃນບັ້ນຕໍ່ສູ້ນີ້:

        “ພາຍໃຕ້ການນຳພາຂອງພັກ, ຄວາມຕັດສິນໃຈສູງ ແລະ ການເຂົ້າຮ່ວມຂອງທັງລະບົບການເມືອງ, ການສະໜັບສະໜູນ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງປະຊາຊົນ, ການໜູນຊ່ວຍຂອງປະຊາຄົມສາກົນ, ແນ່ນອນວ່າ ຫວຽດນາມ ຈະປະສົບຜົນສຳເລັດໃນການຍູ້ຖອຍອາດຊະຍາກຳການຄ້າມະນຸດ”.

        ຊຸມປີຜ່ານມາ, ຫວຽດນາມ ໄດ້ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍ ແລະ ໂຄງການເຄື່ອນໄຫວເພື່ອຜັນຂະຫຍາຍບັນດາໜ້າທີ່, ມາດຕະການປ້ອງກັນ, ຕ້ານອາດຊະຍາກຳຄ້າມະນຸດ.


ຕອບກັບ

ຂ່າວ/ບົດ​ອື່ນ