ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່​ງ​ຮ່າ: ສ້າງ​ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ຍານພາ​ຫະ​ນະ​ຄົມ​ມະ​ນາ​ຄົມ​ສີ​ຂຽວ

(VOVWORLD) - ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງສ້າງແຜນການຮອບດ້ານ, ສະແດງໃຫ້ເຫັນແຈ້ງບົດບາດຂອງອົງການແຫ່ງລັດ, ເອກະຊົນ, ປະຊາຊົນໃນການພັດທະນາຍານພາຫະນະສີຂຽວ; ຕ້ອງສ້າງກົນໄກພິເສດລະຫວ່າງຂະແໜງ, ສ້າງໂຄງການ, ແຜນການແຫ່ງຊາດກ່ຽວກັບການຫັນເປັນສີຂຽວໃນຂະແໜງຄົມມະນາຄົມ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່​ງ​ຮ່າ: ສ້າງ​ນະ​ໂຍ​ບາຍ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ຍານພາ​ຫະ​ນະ​ຄົມ​ມະ​ນາ​ຄົມ​ສີ​ຂຽວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ເປັນປະທານກອງປະຊຸມ (ພາບ:  VOV)

ເມື່ອກ່າວຄຳເຫັນໃນກອງປະຊຸມກັບບັນດາກະຊວງ, ຂະແໜງການກ່ຽວກັບນະໂຍບາຍພັດທະນາຍານພາຫະນະຄົມມະນາຄົມສີຂຽວ ແລະ ນະໂຍບາຍພັດທະນາສະຖານີສາກລົດໄຟຟ້າ ໄດ້ດຳເນີນໃນວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ສະເໜີວ່າ: ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງສ້າງແຜນການຮອບດ້ານ, ສະແດງໃຫ້ເຫັນແຈ້ງບົດບາດຂອງອົງການແຫ່ງລັດ, ເອກະຊົນ, ປະຊາຊົນໃນການພັດທະນາຍານພາຫະນະສີຂຽວ; ຕ້ອງສ້າງກົນໄກພິເສດລະຫວ່າງຂະແໜງ, ສ້າງໂຄງການ, ແຜນການແຫ່ງຊາດກ່ຽວກັບການຫັນເປັນສີຂຽວໃນຂະແໜງຄົມມະນາຄົມ. ທ່ານຮອງນາຍົກລັດຖະມົນຕີ ກໍຮຽກຮ້ອງວ່າ: ກະຊວງຄົມມະນາຄົມຂົນສົ່ງ ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ສຳຫຼວດກວດການະໂຍບາຍ ແລະ ສະເໜີກົນໄກສົ່ງເສີມສຳລັບບັນດາເປົ້າໝາຍບໍລິສັດຜະລິດ, ວິສາຫະກິດນຳເຂົ້າ, ຜູ້ນຳໃຊ້ຍານພາຫະນະໄຟຟ້າ ເພື່ອກະຕຸ້ນຄວາມຕ້ອງການ ແລະ ສ້າງຄວາມຊີ້ນເຄີຍໃຫ້ແກ່ປະຊາຊົນ. ໃນໄລຍະຍາວ, ຕ້ອງມີນະໂຍບາຍທີ່ກ່ຽວຂ້ອງເຖິງການລົງທຶນ, ວາງແຜນຜັງ, ນະໂຍບາຍທີ່ດິນ, ພາສີອາກອນ ທີ່ກ່ຽວຂ້ອງເຖິງການພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ